ກໍ່ເຫດຄາຕະກຳແຟນສາວ ແລ້ວຊຸກເຊື່ອງໄວ້ສວນມັນຕົ້ນ ຍ້ອນປະຕິເສດບໍ່ຍອມຮ່ວມເພດນຳ

ກໍ່ເຫດຄາຕະກຳແຟນສາວ ແລ້ວຊຸກເຊື່ອງໄວ້ສວນມັນຕົ້ນ ຍ້ອນປະຕິເສດບໍ່ຍອມຮ່ວມເພດນຳ - 40708 - ກໍ່ເຫດຄາຕະກຳແຟນສາວ ແລ້ວຊຸກເຊື່ອງໄວ້ສວນມັນຕົ້ນ ຍ້ອນປະຕິເສດບໍ່ຍອມຮ່ວມເພດນຳ
ກໍ່ເຫດຄາຕະກຳແຟນສາວ ແລ້ວຊຸກເຊື່ອງໄວ້ສວນມັນຕົ້ນ ຍ້ອນປະຕິເສດບໍ່ຍອມຮ່ວມເພດນຳ - kitchen vibe - ກໍ່ເຫດຄາຕະກຳແຟນສາວ ແລ້ວຊຸກເຊື່ອງໄວ້ສວນມັນຕົ້ນ ຍ້ອນປະຕິເສດບໍ່ຍອມຮ່ວມເພດນຳ

ວັນທີ 27 ພະຈິກ ຜ່ານມາ, ເຈົ້າໜ້າທີ່ຕຳຫລວດພະແນກຕໍາຫລວດສືບສວນ-ສອບສວນ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ນຳຕົວ ທ້າວ ເຢັ່ງກູ້ ອາຍຸ 42 ຢູ່ບ້ານ ຜາເມືອງ ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ ທີ່ກໍ່ເຫດຄາຕະກໍາແຟນສາວໄປເຮັດແຜນປະກອບຄໍາສາລະພາບ ຢູ່ສວນມັນຕົ້ນເຂດຫົວພູຈຸຈີ່ ເຂດບບ້ານຜາເມືອງ ເພື່ອສະຫລຸບສໍານວນສົ່ງໃຫ້ໄອຍະການປະຊາຊົນສັ່ງຟ້ອງສານຕັດສິນຕາມກົດໝາຍ.

ກ່ອນໜ້ານີ້ ໃນວັນທີ 23 ພະຈິກຜ່ານມາ, ເຈົ້າໜ້າທີ່ຕຳຫລວດ ພະແນກຕໍາຫລວດສືບສວນ-ສອບສວນ ປກສ ເມືອງບໍລິຄັນ ໄດ້ຮັບການລາຍງານ ການຈັດຕັ້ງ ບ້ານ ຜາເມືອງ ວ່າ: ມີປະຊາຊົນພົບເຫັນຄົນເສຍຊີວິດ ຢູ່ສວນມັນຕົ້ນເຂດຫົວພູຈຸຈີ່, ຈາກນັ້ນ, ໜ່ວຍງານວິຊາສະເພາະ ຈຶ່ງໄດ້ລົງໄປກວດສອບສະຖານທີ່ເກີດເຫດ ຮູ້ວ່າຜູ້ເສຍຊີວິດຊື່ ນາງ ປາຢົ່ງ ອາຍຸ 28 ປີ, ປະຊາຊົນ ຢູ່ບ້ານ ໂນນໄຮ ເມືອງ ເຟືອງ ແຂວງ ວຽງຈັນ ພັກອາໄສຊົ່ວຄາວຢູ່ທີ່ເມືອງ ບໍລິຄັນ, ແຂວງບໍລິຄໄຊ, ພາຍຫລັງລົງເກັບກຳຂໍ້ມູນຫລັກຖານ ແລະ ສອບສວນພະຍານແວດລ້ອມ ແລະ ພາບຈາກກ້ອງວົງຈອນ, ຈຶ່ງຮູ້ເປົ້າໝາຍຊື່ ທ້າວ ເຢັ່ງກູ້. ຕໍ່ມາວັນທີ 27 ພະຈິກ 2023 ເຈົ້າໜ້າທີ່ຕໍາຫລວດ ໄດ້ເຂົ້າກັກຕົວ ທ້າວ ເຢັ່ງກູ້ ໄປດຳເນີນການສຶບສວນ-ສອບສວນ ໂດຍ ທ້າວ ເຢັ່ງກູ້ ຮັບ

ກໍ່ເຫດຄາຕະກຳແຟນສາວ ແລ້ວຊຸກເຊື່ອງໄວ້ສວນມັນຕົ້ນ ຍ້ອນປະຕິເສດບໍ່ຍອມຮ່ວມເພດນຳ - Visit Laos Visit SALANA BOUTIQUE HOTEL - ກໍ່ເຫດຄາຕະກຳແຟນສາວ ແລ້ວຊຸກເຊື່ອງໄວ້ສວນມັນຕົ້ນ ຍ້ອນປະຕິເສດບໍ່ຍອມຮ່ວມເພດນຳ

ຄຳສາລະພາບວ່າ: ເປັນຜູ້ລົງມືກໍ່ເຫດຄາຕະກຳ ນາງ ປາຢົ່ງ ແທ້, ສາເຫດ ແລະ ແຮງຈູງໃຈຍ້ອນຢາກຮ່ວມເພດສຳພັນກັບນາງ ປາຢົ່ງ, ແຕ່ຜູ້ຕາຍບໍ່ສົມຍອມ ຈຶ່ງເກີດມີອາລົມຮ້າຍຈຶ່ງໄດ້ລົງມືຄາຕະກຳ.
ຜ່ານມາພວກກ່ຽວເຄີຍພົວພັນກັນແບບຊູ້ສາວ ນອນນຳກັນມາຫລາຍຄັ້ງແລ້ວ; ເນື່ອງຈາກ ໃນຄັ້ງນີ້ຖືກນາງປະຕິເສດບໍ່ຍອມຮ່ວມຫຼັບນອນນຳບໍ່ຕອບສະໜອງອາລົມທາງເພດ ເຮັດໃຫ້ ທ້າວ ເຢັ່ງກູ້ ເກີດຄວາມໃຈຮ້າຍ ຈຶ່ງໄດ້ລົງມືຄາຕະກຳ, ປະຈຸບັນ ທ້າວ ເຢັ່ງກູ້ ຖືກເຈົ້າໜ້າທີ່ຈັບກຸມຕົວມາດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.

ກໍ່ເຫດຄາຕະກຳແຟນສາວ ແລ້ວຊຸກເຊື່ອງໄວ້ສວນມັນຕົ້ນ ຍ້ອນປະຕິເສດບໍ່ຍອມຮ່ວມເພດນຳ - 5 - ກໍ່ເຫດຄາຕະກຳແຟນສາວ ແລ້ວຊຸກເຊື່ອງໄວ້ສວນມັນຕົ້ນ ຍ້ອນປະຕິເສດບໍ່ຍອມຮ່ວມເພດນຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!