ກົມຕໍາຫລວດຈະລາຈອນ ກຽມພ້ອມສະກັດກັ້ນອຸບັດຕິເຫດ ແລະ ໃຫ້ນັກຂັບຂີ່ກຽມພ້ອມເອກະສານຄົບຊຸດ ທີ່ສຳຄັນເມົາບໍ່ຂັບໄລຍະສະຫລອງປີໃໝ່ສາກົນ 2024

ກົມຕໍາຫລວດຈະລາຈອນ ກຽມພ້ອມສະກັດກັ້ນອຸບັດຕິເຫດ ແລະ ໃຫ້ນັກຂັບຂີ່ກຽມພ້ອມເອກະສານຄົບຊຸດ ທີ່ສຳຄັນເມົາບໍ່ຂັບໄລຍະສະຫລອງປີໃໝ່ສາກົນ 2024 -                                                                                                                                            - ກົມຕໍາຫລວດຈະລາຈອນ ກຽມພ້ອມສະກັດກັ້ນອຸບັດຕິເຫດ ແລະ ໃຫ້ນັກຂັບຂີ່ກຽມພ້ອມເອກະສານຄົບຊຸດ ທີ່ສຳຄັນເມົາບໍ່ຂັບໄລຍະສະຫລອງປີໃໝ່ສາກົນ 2024
ກົມຕໍາຫລວດຈະລາຈອນ ກຽມພ້ອມສະກັດກັ້ນອຸບັດຕິເຫດ ແລະ ໃຫ້ນັກຂັບຂີ່ກຽມພ້ອມເອກະສານຄົບຊຸດ ທີ່ສຳຄັນເມົາບໍ່ຂັບໄລຍະສະຫລອງປີໃໝ່ສາກົນ 2024 - kitchen vibe - ກົມຕໍາຫລວດຈະລາຈອນ ກຽມພ້ອມສະກັດກັ້ນອຸບັດຕິເຫດ ແລະ ໃຫ້ນັກຂັບຂີ່ກຽມພ້ອມເອກະສານຄົບຊຸດ ທີ່ສຳຄັນເມົາບໍ່ຂັບໄລຍະສະຫລອງປີໃໝ່ສາກົນ 2024

ວັນທີ 26 ທັນວາ 2023, ພັນໂທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫລວດຈະລາຈອນໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ເພື່ອເຮັດໃຫ້ການສະເຫລີມສະຫລອງສົ່ງທ້າຍປີເກົ່າ-2023 ຕ້ອນ ຮັບປີໃໝ່ສາກົນ 2024 ມີຄວາມສະຫງົບ, ຄວາມເປັນລະບຽບຮອບຮ້ອຍ ແລະ ປອດໄພໃນການສັນ ຈອນໄປ-ມາ ປາສະຈາກໄດ້ປະກົດການຫຍໍ້ທໍ້ ແລະ ຫລຸດຜ່ອນຜົນເສຍຫາຍຈາກການເກີດອຸບັດເຫດ. ກົມຕໍາຫລວດຈະລາຈອນ ໄດ້ກະກຽມພາຫະນະ, ອຸປະກອນຮັບໃຊ້ວຽກງານວິຊາສະເພາະ ແລະ ຈັດກໍາລັງລົງເຮັດໜ້າທີ່ຈັດສັນອໍານວຍຄວາມສະດວກຕາມສະຖານທີ່ຕ່າງໆ ເຮັດໃຫ້ການສັນຈອນມີຄວາມສະດວກປອດໄພ; ຈັດກໍາລັງລົງຕັ້ງຈຸດກວດກາການສັນຈອນ ຕາມເສັ້ນທາງຫລວງ, ກວດກາເອກະ ສານ, ກວດກາຜູ້ຂັບຂີ່ພາຫະນະ, ກວດກາຈັບຄວາມໄວ, ກວດທາດເຫລົ້າ, ກວດສະພາບເຕັກນິກພາຫະນະ ແລະ ອື່ນໆ ທີ່ລະເມີດຕໍ່ກົດລະບຽບການຈະລາຈອນທາງບົກ ແລະ ໄດ້ອອກຄໍາແນະນໍາ ແລະ ແຈ້ງການ ກ່ຽວກັບການປ້ອງກັນອຸປະຕິເຫດ ແລະ ລົງໂຄສະນາລະບຽບກົດຈະລາຈອນທາງບົກ.

ພ້ອມນີ້, ກໍແຈ້ງໃຫ້ ຜູ້ໃຊ້ລົດ-ໃຊ້ຖະໜົນກ່ຽວກັບການປ້ອງກັນ, ສະກັດກັ້ນອຸບັດເຫດ ໃນໄລຍະສະເຫລີມສະຫລອງປີໃໝ່ສາກົນ 2024 ຕ້ອງກຽມຄວາມພ້ອມທຸກດ້ານລວມທັງດ້ານສຸຂະພາບຮ່າງກາຍ, ເອກະສານຕ່າງໆໃຫ້ຄົບຊຸດຕາມລະບຽບການ ເຊັ່ນ: ໃບຂັບຂີ່, ໃບທະບຽນ, ໃບກວດກາເຕັກນິກ, ຄ່າທາງ, ປະກັນໄພ ແລະ ໃບອະນຸຍາດດໍາເນີນທຸລະກິດ ສໍາລັບລົດຂົນສົ່ງສິນຄ້າ ແລະ ລົດໂດຍສານ; ຜູ້ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນ, ຜູ້ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ ເພື່ອຄວາມປອດໄພທັງຜູ້ຂັບຂີ່ ແລະ ຜູ້ໂດຍສານ; ຕ້ອງກວດສະພາບເຕັກນິກ ແລະ ຄວາມພ້ອມຂອງພາຫະນະ ໃຫ້ມີຄວາມຮັບປະກັນເປັນຢ່າງດີ; ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສຳຮອງ ທຸກຄັ້ງໃນເວລາເດີນທາງ; ສະເພາະເສັ້ນທາງດ່ວນ, ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 120 km/ ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫລຸດ 80 km/ຊົ່ວໂມງ, ຜູ້ຂັບຂີ່ພາຫະນະຕ້ອງທຸກຄົນຕ້ອງ ເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນທາງບົກ ຢ່າງເຂັ້ມງວດ.

ກົມຕໍາຫລວດຈະລາຈອນ ກຽມພ້ອມສະກັດກັ້ນອຸບັດຕິເຫດ ແລະ ໃຫ້ນັກຂັບຂີ່ກຽມພ້ອມເອກະສານຄົບຊຸດ ທີ່ສຳຄັນເມົາບໍ່ຂັບໄລຍະສະຫລອງປີໃໝ່ສາກົນ 2024 - Visit Laos Visit SALANA BOUTIQUE HOTEL - ກົມຕໍາຫລວດຈະລາຈອນ ກຽມພ້ອມສະກັດກັ້ນອຸບັດຕິເຫດ ແລະ ໃຫ້ນັກຂັບຂີ່ກຽມພ້ອມເອກະສານຄົບຊຸດ ທີ່ສຳຄັນເມົາບໍ່ຂັບໄລຍະສະຫລອງປີໃໝ່ສາກົນ 2024
ກົມຕໍາຫລວດຈະລາຈອນ ກຽມພ້ອມສະກັດກັ້ນອຸບັດຕິເຫດ ແລະ ໃຫ້ນັກຂັບຂີ່ກຽມພ້ອມເອກະສານຄົບຊຸດ ທີ່ສຳຄັນເມົາບໍ່ຂັບໄລຍະສະຫລອງປີໃໝ່ສາກົນ 2024 - 4 - ກົມຕໍາຫລວດຈະລາຈອນ ກຽມພ້ອມສະກັດກັ້ນອຸບັດຕິເຫດ ແລະ ໃຫ້ນັກຂັບຂີ່ກຽມພ້ອມເອກະສານຄົບຊຸດ ທີ່ສຳຄັນເມົາບໍ່ຂັບໄລຍະສະຫລອງປີໃໝ່ສາກົນ 2024
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!