ກົມຊັບສິນທາງປັນຍາ ຊຸກຍູ້ສິນຄ້າຖິ່ນກຳເນີດ (GI) ລາວ ບຸກຕະຫລາດສາກົນພ້ອມທັງສົ່ງເສີມ ເຂົ້າໄກ່ນ້ອຍ ແລະ ຊາລາວ ໃນເວທີໂລກ

ກົມຊັບສິນທາງປັນຍາ ຊຸກຍູ້ສິນຄ້າຖິ່ນກຳເນີດ (GI) ລາວ ບຸກຕະຫລາດສາກົນພ້ອມທັງສົ່ງເສີມ ເຂົ້າໄກ່ນ້ອຍ ແລະ ຊາລາວ ໃນເວທີໂລກ - 413013 - ກົມຊັບສິນທາງປັນຍາ ຊຸກຍູ້ສິນຄ້າຖິ່ນກຳເນີດ (GI) ລາວ ບຸກຕະຫລາດສາກົນພ້ອມທັງສົ່ງເສີມ ເຂົ້າໄກ່ນ້ອຍ ແລະ ຊາລາວ ໃນເວທີໂລກ
ກົມຊັບສິນທາງປັນຍາ ຊຸກຍູ້ສິນຄ້າຖິ່ນກຳເນີດ (GI) ລາວ ບຸກຕະຫລາດສາກົນພ້ອມທັງສົ່ງເສີມ ເຂົ້າໄກ່ນ້ອຍ ແລະ ຊາລາວ ໃນເວທີໂລກ - kitchen vibe - ກົມຊັບສິນທາງປັນຍາ ຊຸກຍູ້ສິນຄ້າຖິ່ນກຳເນີດ (GI) ລາວ ບຸກຕະຫລາດສາກົນພ້ອມທັງສົ່ງເສີມ ເຂົ້າໄກ່ນ້ອຍ ແລະ ຊາລາວ ໃນເວທີໂລກ

ທ່ານ ໄຊບັນດິດ ໄຊຍະວົງຄຳດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ສຳພາດວ່າ: ກົມຊັບສິນທາງປັນຍາ ໃຫ້ຄວາມສຳຄັນ ແລະ ສົ່ງເສີມ ສິນຄ້າຖິ່ນກຳເນີດ ຫລື GI ລາວ ຢ່າງຕໍ່ເນື່ອງ ເພື່ອໃຫ້ຄວາມຄຸ້ມຄອງ ແລະ ຍົກລະດັບສິນຄ້າຈາກທ້ອງຖິ່ນໃຫ້ເປັນທີ່ຮູ້ຈັກຢ່າງແຜ່ຫລາຍ ທັງຕະຫລາດພາຍໃນ ແລະ ສາກົນ” ລວມທັງການພັກດັນ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ GI ຜ່ານໂຄງການຕ່າງໆ ເພື່ອຂະຫຍາຍຊ່ອງທາງການຕະຫລາດ ແລະ ການສ້າງຄວາມເຊື່ອໝັັ້ນໃນຄຸນນະພາບ, ເອກະລັກສະເພາະ ແລະ ມາດຕະຖານ GI ໃຫ້ກັບຜູ້ບໍລິໂພກ.อาจเป็นรูปภาพของ 9 คน และ ข้อความ ກົມຊັບສິນທາງປັນຍາ ຊຸກຍູ້ສິນຄ້າຖິ່ນກຳເນີດ (GI) ລາວ ບຸກຕະຫລາດສາກົນພ້ອມທັງສົ່ງເສີມ ເຂົ້າໄກ່ນ້ອຍ ແລະ ຊາລາວ ໃນເວທີໂລກ - 413006058 783195503849757 5432525660805775833 n - ກົມຊັບສິນທາງປັນຍາ ຊຸກຍູ້ສິນຄ້າຖິ່ນກຳເນີດ (GI) ລາວ ບຸກຕະຫລາດສາກົນພ້ອມທັງສົ່ງເສີມ ເຂົ້າໄກ່ນ້ອຍ ແລະ ຊາລາວ ໃນເວທີໂລກ

ເຊິ່ງໃນລະຫວ່າງວັນທີ 15-18 ທັນວາ 2023 ຜ່ານມາ ກົມຊັບສິນທາງປັນຍາ ໄດ້ນຳເອົາສິນຄ້າ GI ຈຳນວນ 3 ລາຍການ (ຊາກໍແມນ, ເຂົ້າໄກ່ນ້ອຍຊຽງຂວາງ, ເຂົ້າໄກ່ນ້ອຍຫົວພັນ) ເຂົ້າຮ່ວມວາງສະແດງສິນຄ້າໃນງານ THE 16 th CAMBODIAN & IMPORT-EXPORT GOODS EXHIBITION ທີ່ປະເທດກຳປູເຈຍ, ເປັນງານວາງສະແດງສິນຄ້າທີ່ຍິ່ງໃຫ່ຍ ເພື່ອເຮັດໃຫ້ຜູ້ຄ້າ ແລະ ຜູ້ນຳເຂົ້າສິນຄ້າ ທີ່ເຂົ້າມາຮ່ວມງານໄດ້ທົດລອງຊີມສິນຄ້າ ແລະ ສ້າງໂອກາດໃນການເຈລະຈາທຸລະກິດ ສ້າງໂອກາດໃນການສົ່ງອອກສິນຄ້າ ໄປຍັງຕ່າງປະເທດ. ພ້ອມທັງ​ເປັນໂອກາດໃຫ້ກັບສິນຄ້າ GI ຂອງ ສປປ ລາວ ​ເນື່ອງຈາກວ່າເປັນການ​ເຕົ້າ​ໂຮມ​ບັນດາ​ນັກທຸລະກິດ, ຜູ້​ປະກອບ​ການ, ນັກ​ຊ່ຽວຊານ​ດ້ານ​ອຸດສາຫະກຳ​ຈາກ​ທົ່ວ​ພາກ​ພື້ນ ແລະ ​ເປັນ​ເວທີ​ໃຫ້​ບັນດາ​ຜູ້ຕາງໜ້າ​ຂອງ ສປປ ລາວ ​ໄດ້​ສ້າງ​ເຄືອ​ຂ່າຍ, ​ໂຄສະນາ​ຜະລິດ​ຕະພັນ​ ຂອງ​ຕົນ ​ແລະ ຄົ້ນ​ຫາ​ຄູ່​ຮ່ວມ​ມື ​ທີ່​ມີ​ທ່າ​ແຮງ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຄ້າ ​ຂອງ ​ກຳປູ​ເຈຍ ​ແລະ ສາກົນ, ສ້າງຄວາມຮັບຮູ້ຂອງຜະ​ລິດ​ຕະ​ພັນ GI ຂອງ​ລາວ ​ຢ່າງ​ກວ້າງ​ຂວາງ, ສ້າງໂອກາດການສົ່ງອອກປະກອບສ່ວນຊຸກຍູ້​ເສດຖະກິດ​ຊຸມ​ຊົນ, ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​, ຊຸມຊົນໃຫ້​ດີ​ຂຶ້ນ​ຢ່າງ​ຍືນ​ຍົງ.

ກົມຊັບສິນທາງປັນຍາ ຊຸກຍູ້ສິນຄ້າຖິ່ນກຳເນີດ (GI) ລາວ ບຸກຕະຫລາດສາກົນພ້ອມທັງສົ່ງເສີມ ເຂົ້າໄກ່ນ້ອຍ ແລະ ຊາລາວ ໃນເວທີໂລກ - Visit Laos Visit SALANA BOUTIQUE HOTEL - ກົມຊັບສິນທາງປັນຍາ ຊຸກຍູ້ສິນຄ້າຖິ່ນກຳເນີດ (GI) ລາວ ບຸກຕະຫລາດສາກົນພ້ອມທັງສົ່ງເສີມ ເຂົ້າໄກ່ນ້ອຍ ແລະ ຊາລາວ ໃນເວທີໂລກ

ຂໍ້ມູນ: ກົມຊັບສິນທາງປັນຍາ

ກົມຊັບສິນທາງປັນຍາ ຊຸກຍູ້ສິນຄ້າຖິ່ນກຳເນີດ (GI) ລາວ ບຸກຕະຫລາດສາກົນພ້ອມທັງສົ່ງເສີມ ເຂົ້າໄກ່ນ້ອຍ ແລະ ຊາລາວ ໃນເວທີໂລກ - 5 - ກົມຊັບສິນທາງປັນຍາ ຊຸກຍູ້ສິນຄ້າຖິ່ນກຳເນີດ (GI) ລາວ ບຸກຕະຫລາດສາກົນພ້ອມທັງສົ່ງເສີມ ເຂົ້າໄກ່ນ້ອຍ ແລະ ຊາລາວ ໃນເວທີໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!