ແຜ່ນດິນໄຫວ 3.2 ຣີກເຕີ ຫ່າງຈາກເທສະບານ ເມືອງຍອດອູ ຜົ້ງສາລີ ປະມານ 24 Km
January 13, 2024 - 1:36 PM

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ເວລາ 00:01:59 ໂມງ ຂອງວັນທີ 13 ມັງກອນ 2024 ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 22.259°N ແລະ ເສັ້ນແວງທີ່ 101.625°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3ມ2 ຣິກເຕີ, ເລິກຈາກເທິງໜ້າດິນປະມານ 1 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບໍລິເວນ ເມືອງ ຍອດອູ, ແຂວງ ຜົ້ງສາລີ, ຫ່າງຈາກ ເທດສະບານ ເມືອງຍອດອູ ປະມານ 24 ກິໂລແມັດ.
ຫມາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.