ອິດສະລາແອນສະເໜີຢຸດຍິງ 2 ເດືອນ ແລກຕົວປະກັນ ແຕ່ບໍ່ຢຸດເຊົາສົງຄາມຢູ່ກາຊາ

ສື່ທ້ອງຖິ່ນຂອງອາເມລິກາ ແລະ ອິດສະລາແອນລາຍງານໃນຄືນວັນທີ 22 ມັງກອນຜ່ານມາວ່າ: ອິດສະລາແອນກຽມສະເໜີຂໍ້ຕົກລົງຢຸດຍິງຊົ່ວຄາວໄລຍະເວລາ 2 ເດືອນ ໂດຍມີຈຸດມຸ້ງໝາຍເພື່ອໃຫ້ມີການປົດປ່ອຍຕົວປະກັນທີ່ກຸ່ມຮາມັດ ແລະ ກຸ່ມຕິດອາວຸດປາແລັສຕິນອື່ນໆກັກຂັງໄວ້ຢູ່ເຂດກາຊາ, ແຕ່ຂໍ້ຕົກລົງດັ່ງກ່າວຈະປາສະຈາກການຢຸດເຊົາສົງຄາມ.
ລາຍງານລະບຸວ່າ: ອິດສະລາແອນມີຄວາມຄາດຫວັງວ່າຈະສາມາດບັນລຸຂໍ້ຕົກລົງໂດຍໄດ້ຮັບການຊ່ວຍເຫລືອຈາກອາເມລິກາ ໂດຍແຜນສະເໜີຂໍ້ຕົກລົງຢຸດຍິງດັ່ງກ່າວມີຂຶ້ນທ່າມກາງການສູ້ຮົບທີ່ດຸເດືອດໃນພື້ນທີ່ຕອນໃຕ້ຂອງເຂດກາຊາ. ຂະນະທີ່ລັດຖະບານອິດສະລາແອນຜະເຊີນແຮງກົດດັນທີ່ເພີ່ມຂຶ້ນຈາກປະຊາຊົນທີ່ຮຽກຮ້ອງໃຫ້ເລັ່ງຊ່ວຍຕົວປະກັນ.
ເວັບໄຊ Axios ຂອງອາເມລິກາ ອ້າງຄໍາເວົ້າຂອງເຈົ້າໜ້າທີ່ລັດຖະບານອິດສະລາແອນວ່າ: ຂໍ້ສະເໜີດັ່ງກ່າວຖືກນໍາສະເໜີຕໍ່ກຸ່ມຮາມັດຜ່ານທາງຜູ້ແທນເຈລະຈາໄກ່ເກ່ຍຂອງກາຕາ ແລະ ອີຢິບ.
ສະຖານີໂທລະພາບຊ່ອງ 13 ຂອງອິດສະລາແອນລາຍງານວ່າ: ຫລັກການຂອງຂໍ້ຕົກລົງປະກອບມີຂັ້ນຕອນໃນການປ່ອຍຕົວປະກັນ 3-4 ຂັ້ນຕອນ ແລະ ການຖອນກໍາລັງຂອງກອງທັບອິດສະລາແອນອອກຈາກພື້ນທີ່ບາງສ່ວນຂອງເຂດກາຊາ, ແຕ່ບໍ່ຢຸດເຊົາສົງຄາມ.
ຂະນະທີ່ Al Jazeera ລາຍງານວ່າ: ຂໍ້ສະເໜີປ່ອຍຕົວປະກັນໃນລະຫວ່າງຢຸດຍິງຈະເລີ່ມຕົ້ນດ້ວຍການປ່ອຍຜູ້ຍິງ ແລະ ຜູ້ທີ່ອາຍຸເກີນ 60 ປີ.
ທ່ານ ຈອນ ເຄີບີ ໂຄສົກທໍານຽບຂາວ ກ່າວວ່າ: ອາເມລິກາຈະສະໜັບສະໜູນການຢຸດຍິງຊົ່ວຄາວທີ່ຍາວນານຂຶ້ນ ເພື່ອເປີດທາງສໍາລັບການຊ່ວຍເຫລືອດ້ານມະນຸດສະທໍາຢູ່ກາຊາ ແລະ ເພື່ອໃຫ້ແນ່ໃຈວ່າຈະມີການປ່ອຍຕົວປະກັນ ແລະ ອະນຸຍາດໃຫ້ຈັດສົ່ງການຊ່ວຍເຫລືອເຂົ້າໄປໃນກາຊາ.
ສ່ວນລັດຖະບານກາຕາເປີດເຜີຍວ່າ: ຄວາມພະຍາຍາມໃນການເຈລະຈາໄກ່ເກ່ຍຍັງຢູ່ລະຫວ່າງການດໍາເນີນ.
ອ້າງອີງ: