ລັດຖະບານ ຈະເລັ່ງແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ

ລັດຖະບານ ຈະເລັ່ງແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ - 142 - ລັດຖະບານ ຈະເລັ່ງແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ
ລັດຖະບານ ຈະເລັ່ງແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ - kitchen vibe - ລັດຖະບານ ຈະເລັ່ງແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ
ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນມັງກອນ 2024 ທີ່ດຳເນີນໄປໃນວັນທີ 29 – 30 ມັງກອນ 2024, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ, ໄດ້ຄົ້ນຄວ້າ, ປຶກສາຫາລື ຫລາຍບັນຫາສຳຄັນ ໂດຍສະເພາະການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ຄຸ້ມຄອງລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ; ປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ; ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາ ຢາເສບຕິດ, ຂີ້ລັກ, ງັດແງະ, ປຸ້ນຈີ້, ສ້ອມແປງເສັ້ນທາງຫລວງແຫ່ງຊາດ, ທາງຫລວງທ້ອງຖິ່ນ ແລະ ເສັ້ນທາງໃນຕົວເມືອງຕ່າງໆ ທີ່ເປ່ເພ ແລະ ບັນຫາແຮງງານ.
ສຳລັບແຜນວຽກຈຸດສຸມໃນເດືອນກຸມພາທີ່ຈະມາເຖິງນີ້, ລັດຖະບານ ຈະໄດ້ສຸມໃສ່ປະຕິບັດວຽກຈຸດສຸມ ຕົວຈິງຈຳນວນໜຶ່ງ ດັ່ງນີ້:
– ວຽກງານປ້ອງກັນຊາດ: ສືບຕໍ່ຈັດຕັ້ງປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ, ສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ;
– ວຽກງານປ້ອງກັນຄວາມສະຫງົບ: ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ 4 ແຜນງານ 41 ໂຄງການ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໂດຍລົງເລິກການຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຢາເສບຕິດ ຕິດພັນກັບການຄຸ້ມຄອງອາວຸດເຖື່ອນ ແລະ ອາວຸດດັດແປງ; ສະກັດກັ້ນການກໍ່ອາຊະຍາກໍາທາງໄຊເບີ, ຄໍເຊັນເຕີ ລວມທັງການຄຸ້ມຄອງການນຳໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ.
– ການແກ້ໄຂວຽກງານເຄັ່ງຮ້ອນທາງດ້ານເສດຖະກິດ: ສືບຕໍ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມແຜນເຄື່ອນໄຫວວຽກຈຸດສຸມຂອງຄະນະສະເພາະກິດ, ນິຕິກຳ ແລະ ແຈ້ງການທິດຊີ້ນຳຂອງກອງປະຊຸມຄະນະສະເພາະກິດໃນແຕ່ລະຄັ້ງ, ສຸມໃສ່ປະຕິບັດຕາມທິດຊີ້ນຳ ກ່ຽວກັບມາດຕະການຮັບມືສະພາບການຂາດເຂີນນ້ຳມັນເຊື້ອໄຟ ແລະ ບັນຫາການສະໜອງໄຟຟ້າໃຫ້ບາງໂຄງການ; ສຸມໃສ່ເກັບລາຍຮັບເຂົ້າງົບປະມານລັດ ໃຫ້ໄດ້ຫລາຍສຸດກຳລັງຄວາມສາມາດຕາມກົດໝາຍ, ລັດຖະບັນຍັດກ່ຽວຂ້ອງ ແລະ ຕາມທິດຫັນເປັນທັນສະໄໝ.
– ຂົງເຂດ ພະລັງງານ ແລະ ບໍ່ແຮ່: ກວດກາຄືນບັນດານິຕິກຳ ແລະ ກົດໝາຍທີ່ກ່ຽວຂ້ອງກັບການເກັບລາຍຮັບຈາກໂຄງການບໍ່ແຮ່, ນິຕິກຳໃດຍັງບໍ່ທັນສອດຄ່ອງ, ເປັນອຸປະສັກບໍ່ສາມາດແຂ່ງຂັນໄດ້ ກໍໃຫ້ຄົ້ນຄວ້າປັບປຸງ; ສົ່ງເສີມການປຸງແຕ່ງເປັນຜະລິດຕະພັນສົ່ງອອກໃຫ້ຫລາຍຂຶ້ນ ເພື່ອນຳເງິນຕາເຂົ້າມາເພີ່ມຂຶ້ນ.
– ຂົງເຂດທະນາຄານ: ສືບຕໍ່ຕິດຕາມ ແລະ ຄຸ້ມຄອງອັດຕາແລກປ່ຽນ ຢ່າງໃກ້ຊິດ, ທັງຊຸກຍູ້ການປະຕິບັດນະໂຍບາຍສິນເຊື່ອໃຫ້ຜູ້ປະກອບການ ເກັບຊື້ຜະລິດຕະພັນກະສິກຳ ສົ່ງອອກໄປຕ່າງປະເທດ ເພື່ອນຳເງິນຕາຕ່າງປະເທດໃຫ້ຫລາຍຂຶ້ນ; ສ້າງ ແລະ ປະເມີນຄືນບັນດາມາດຕະການ, ເຄື່ອງມື, ນະໂຍ ບາຍເງິນຕາຕ່າງໆ.
– ຂົງເຂດອຸດສາຫະກຳ ແລະ ການຄ້າ: ຕິດຕາມເກັບກຳຂໍ້ມູນສະພາບການເໜັງຕີງລາຄາສິນຄ້າ ໃຫ້ຮູ້ໄດ້ສາເຫດການ ຂຶ້ນ-ລົງ ເພື່ອປະຕິບັດມາດຕະການໃນການຄຸ້ມຄອງລາຄາສິນຄ້າ ໃຫ້ທັນກັບສະພາບການ.
– ຂົງເຂດໂຍທາທິການ ແລະ ຂົນສົ່ງ: ຄົ້ນຄວ້າການຫັນຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນ ເປັນຜູ້ຄຸ້ມຄອງເສັ້ນທາງ ເພື່ອໃຫ້ແຂວງສາມາດບູລະນະຮັກສາ, ສ້ອມແປງ, ຟື້ນຟູທາງຫລວງຈຸດທີ່ມີການເປ່ເພ ໃຫ້ມີຄວາມວ່ອງໄວ ແລະ ແກ້ໄຂການເດີນທາງ ໃຫ້ທັນສະພາບການ.
– ຂົງເຂດກະສິກຳ ແລະ ປ່າໄມ້: ສືບຕໍ່ຊຸກຍູ້ອົງການປົກຄອງທ້ອງຖິ່ນ ສຸມໃສ່ຈັດຕັ້ງຜັນຂະຫຍາຍດຳລັດ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟ ໃໝ້ລາມປ່າ.
– ຂົງເຂດວຽກງານວັດທະນະທຳ-ສັງຄົມ: ຮີບຮ້ອນຄົ້ນຄວ້າການເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ໃຫ້ສຳເລັດໄວ ຕາມທິດຊີ້ນຳໃນກອງປະຊຸມລັດຖະບານເປີດກວ້າງຜ່ານມາ; ສືບຕໍ່ສັງລວມເອົາຂໍ້ແຂ່ງຂັນຍ້ອງຍໍ ຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ປີ 2024 ແລະ ໃຫ້ໄດ້ອອກມະຕິຮັບຮອງໄວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.
– ວຽກງານການຕ່າງປະເທດ: ບັນດາຂະແໜງການ ແລະ ທ້ອງຖິ່ນ ຜັນຂະຫຍາຍ ບັນດາເນື້ອໃນທີ່ໄດ້ຕົກລົງຮ່ວມກັນ ໂດຍສະເພາະ ຜົນກອງປະຊຸມ ຄັ້ງທີ 46 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ເປັນຮູບປະທຳ, ສືບຕໍ່ຕິດຕາມ ແລະ ຊຸກຍູ້ ການພິຈາລະນາ ບັນດາຂໍ້ສະເໜີແກ້ໄຂກ່ຽວກັບບາງໂຄງການລົງທຶນ ຈຳນວນໜຶ່ງ ເປັນຕົ້ນ ການເລັ່ງຊຸກຍູ້ບັນດາໂຄງການຜະລິດພະລັງງານໄຟຟ້າ ທີ່ໄດ້ຮັບອະນຸມັດຜ່ານມາ ໃຫ້ດຳເນີນກໍ່ສ້າງສຳເລັດຕາມແຜນ, ເລັ່ງພັດທະນາໂຄງການພະລັງງານລົມ, ພະລັງງານແສງອາທິດ, ທັງເລັ່ງກໍ່ສ້າງສາຍສົ່ງໄຟຟ້າ ເພື່ອສົ່ງກະແສໄຟຟ້າຈາກບ່ອນທີ່ມີຫລາຍ ແລະ ເຫລືອນຳໃຊ້ ໄປສູ່ບ່ອນຂາດເຂີນ; ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ.
ລັດຖະບານ ຈະເລັ່ງແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ - 3 - ລັດຖະບານ ຈະເລັ່ງແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!