ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອຫລາຍກວ່າ 100.000 ໂດລາ ເພື່ອພັດທະນາການສຶກສາຢູ່ແຂວງວຽງຈັນ
January 31, 2024 - 2:33 PM

ວັນທີ 30 ມັງກອນ 2024, ລັດຖະບານຍີ່ປຸ່ນ ໂດຍແມ່ນ ທ່ານ ໂຄບະຢາຊິ ເຄນນິຈິ (Mr KOBAYASHI Kenichi) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມອບທຶນຊ່ວຍເຫລືອ ຫລາຍກວ່າ 100.000 ໂດລາ ເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳ ຂອງໂຮງຮຽນ ມ.ສ ເມືອງແມດ ແຂວງວຽງຈັນ, ໂຄງການ ນີ້ ປະກອບມີອາຄານຮຽນ 1 ຫລັງ ຂະໜາດກວ່າງ 9 ແມັດ ຍາວ 42 ແມັດ, ມີ 6 ຫ້ອງຮຽນ ແລະ 6 ຫ້ອງນ້ຳ, ເຊິ່ງຈະເລີ່ມລົງມືກໍ່ສ້າງໃນຕົ້ນເດືອນກຸມພາ 2024 ນີ້, ບໍລິສັດວຽງໄຊດວງປັນຍາ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ຈະໃຊ້ເວລາກໍ່ສ້າງທັງໝົດ 6 ເດືອນ ໃຫ້ສຳເລັດ.
ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫລືອດັ່ງກ່າວ ເຊິ່ງຈະເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາການສຶກສາຂອງແຂວງ ກໍຄືຂອງເມືອງແມດ ໂດຍສະເພາະ ການປະຕິບັດບັນດາຄາດໝາຍຕົວຊີ້ວັດໃນຂົງເຂດຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງ ໃຫ້ບັນລຸຕາມຄາດໝາຍ ທັງໄດ້ຮັບການພັດທະນາດີຂຶ້ນ ແລະ ຈະນໍາໃຊ້ໃຫ້ຖືກເປົ້າໝາຍ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດແກ່ປະຊາຊົນ.