ລາວຫາລືວຽກງານຕ້ານການຟອກເງິນ

ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ), ໄດ້ຈັດກອງປະຊຸມສະໄໝສາມັນຄັ້ງທີ III ປະຈຳປີ 2017 ຂຶ້ນໃນວັນທີ 2 ຕຸລານີ້ທີ່ທະນາຄານແຫ່ງ ສປປ ລາວ (ທຫລ)ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ, ທັງເປັນປະທານ ຄຕຟງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເພື່ອປຶກສາຫາລືການຈັດຕັ້ງປະຕິບັດ 40 ຂໍ້ແນະນຳໃໝ່ຂອງອົງການຕ້ານການຟອກເງິນສາກົນ (FATF) ເພື່ອຮັບຮອງເອົາການປະເມີນຜົນໃນປີ 2020.
ຄະນະກໍາມະການດັ່ງກ່າວໃຫ້ຮູ້ວ່າ: ຜ່ານມາ, ສປປ ລາວ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຢ່າງຕັ້ງໜ້າຕາມມາດຕະຖານສາກົນ ກໍຄືຂໍ້ແນະນຳຕ່າງຂອງອົງການຕ້ານການຟອກເງິນສາກົນ, ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມສຳນັກງານຂໍ້ມູນຕ້ານການຟອກເງິນ ກໍຄືທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ, ໂດຍໄດ້ເອົາໃຈໃສ່ປັບປຸງແກ້ໄຂບັນດາຂໍ້ບົກຜ່ອງທີ່ອົງການຕ້ານການຟອກເງິນສາກົນໄດ້ຕີລາຄາ ແລະ ກຳນົດໃນແຜນປະຕິບັດງານ (Action Plan) ຂອງນັ້ນເຫັນວ່າມີຄວາມຄືບໜ້າຫລາຍດ້ານ ເປັນຕົ້ນ: ການສ້າງນິຕິກຳກ່ຽວຂ້ອງຕ່າງໆເພື່ອສ້າງເງື່ອນໄຂໃຫ້ອົງການຕ້ານການຟອກເງິນສາກົນຮັບຮອງ ສປປ ລາວ ອອກຈາກບັນຊີຕິດຕາມໂດຍໄວ.