ຕ້ອງມີນະໂຍບາຍທີ່ເໝາະສົມຕໍ່ຄູ-ອາຈານ

- Teaching Material Support - ຕ້ອງມີນະໂຍບາຍທີ່ເໝາະສົມຕໍ່ຄູ-ອາຈານ
- kitchen vibe - ຕ້ອງມີນະໂຍບາຍທີ່ເໝາະສົມຕໍ່ຄູ-ອາຈານ

ໂດຍ: ທ່ຽງ​ທຳ

ສະບາ​ຍດີ ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ​ທັງຫລາຍ, ວັນ​ທີ 7 ຕຸລາ​ນີ້ ຄື​ວັນ​ຄູ​ແຫ່ງ​ຊາດ ທີ່​ລາວ​​ເຮົາ​ໄດ້​ຈັດຕັ້ງການສະ​ເຫລີ​ມສະຫລອງ​ຢ່າງ​ເປັນ​ປົກກະຕິ​ຂອງ​ທຸກໆ​ປີ ​ເພື່ອ​ສະ​ແດງ​ຄວາມ​ກະຕັນຍູ​ຮູ້​ບຸນຄຸນ​ຕໍ່​ຄູ-ອາຈານ​ຜູ້​ມີ​ບົດບາດ​ສຳຄັນ​ໃນ​ການ​ສິດສອນ​ຖ່າຍ​ທອດ​ວິຊາ​ຄວາມ​ຮູ້, ຄວາມ​ສາມາດ, ສະຕິ​ປັນຍາ​ໃຫ້​ແກ່​ຜູ້​ສຶກສາ​ຮໍ່າຮຽນ. ກໍ​ດັ່ງ​ພວກ​ເຮົາ​ຮັບ​ຮູ້​ນຳ​ກັນ​ດີ​ແລ້ວ​ວ່າ: ຖ້າ​ບໍ່​ມີ​ຄູ ຄົນ​ເຮົາ​ກໍ​ຈະ​ບໍ່​ມີ​ຄວາມ​ຮູ້ ​ແລະ ກໍ​ຈະ​ບໍ່​ມີ​ໃຜ​ປະຕິ​ເສດ​ບົດບາດ​ຂອງ​ຄູ​ໄດ້ ​ແລະ ​ໃນ​ຜ່ານ​ມາ ​ເຖິງ​ວ່າ​ພັກ, ລັດຖະບານ​ເຮົາ ຍາມ​ໃດ​ກໍ​ໄດ້​ເອົາ​ໃຈ​ໃສ່ ​ແລະ ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ພະນັກງານ​ຄູ-ອາຈານ​ໂດຍ​ຕະຫລອດ​ມາ ນັບ​ທັງ​ໃຫ້​ເຂົາ​ເຈົ້າ​ໄດ້​ມີ​ເງື່ອນ​ໄຂ​ພັດທະນາ​ຕົນ​ເອງ, ​ໄດ້​ສຶກສາ​ຮໍ່າຮຽນ ​ເພື່ອ​ຍົກ​ລະດັບ​ສູງ​ຂຶ້ນ​ເລື້ອຍໆ ​ແລະ ມີ​ນະ​ໂຍບາຍ​ຕອບ​ສະໜອງ​ຄ່າ​ເຫື່ອ​ແຮງ, ​ເງິນ​ນ້ຳຄ້ຳ​ເດືອນ​ຢ່າງ​ເປັນ​ປົກກະຕິ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ, ​ແຕ່​ກໍ​ຍັງ​ມີ​ບາງ​ສ່ວນ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຕື່ມ ກໍ​ດັ່ງ​ສານ​ອວຍພອນ​ວັນ​ຄູ​ຂອງ​ທ່ານ​ນາຍົກລັດຖະມົນຕີ ກໍ​ໄດ້​ລະບຸ​ວ່າ: ​ເພື່ອ​ເຮັດ​ໃຫ້​ຄູ-ອາຈານ​ໄດ້​ພັດທະນາ​ຕົນ​ເອງ​ດີ​ຂຶ້ນ ​ແລະ ປະຕິບັດ​ໜ້າ​ທີ່​ສິດສອນ​ໄດ້​ຢ່າງ​ເຕັມ​ສ່ວນ ຈຶ່ງ​ຮຽກຮ້ອງ​ໃຫ້​ອົງການ​ຈັດຕັ້ງທັງ​ພາກ​ລັດ, ​ເອກະ​ຊົນ ​ແລະ ທຸກ​ພາກສ່ວນ​ໃນ​ສັງຄົມ ຈົ່ງ​ພ້ອມ​ກັນ​ສ້າງ​ເງື່ອນ​ໄຂ ​ແລະ ​ເອື້ອອຳນວຍ​ຄວາມ​ສະດວກ​ຕ່າງໆ​ໃຫ້​ແກ່​ເຂົາ​ເຈົ້າ​ໄດ້​ຮັບ​ຕາມ​ນະ​ໂຍບາຍ​ທີ່​ກຳນົດ​ໄວ້​ໃນ​ລະບຽບ​ກົດໝາຍ ​ເປັນຕົ້ນການ​ຕອບ​ສະໜອງ​ເງິນ​ເດືອນ ​ແລະ ​ເງິນ​ນະ​ໂຍບາຍ​ຕ່າງໆ​ໃຫ້​ທັນ​ກຳນົດ​ເວລາ, ສະໜອງ​ທີ່​ພັກ​ພາ​ອາ​ໄສ​ຕາມ​ຄວາມ​ເໝາະ​ສົມ ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ຢູ່​ເຂດ​ຊົ​ນ​ເຜົ່າ, ຊົນນະບົດ​ບ່ອນ​ຫ່າງ​ໄກ​ສອກຫລີກ​ຕ່າງໆ.

- Visit Laos Visit SALANA BOUTIQUE HOTEL - ຕ້ອງມີນະໂຍບາຍທີ່ເໝາະສົມຕໍ່ຄູ-ອາຈານ
- 5 - ຕ້ອງມີນະໂຍບາຍທີ່ເໝາະສົມຕໍ່ຄູ-ອາຈານ
- 4 - ຕ້ອງມີນະໂຍບາຍທີ່ເໝາະສົມຕໍ່ຄູ-ອາຈານ
- 3 - ຕ້ອງມີນະໂຍບາຍທີ່ເໝາະສົມຕໍ່ຄູ-ອາຈານ