ເບິ່ງບາງມາດຕະການ ແລະ ນະໂຍບາຍໃໝ່ໃນຫວຽດນາມ
ໂດຍ: ວິເສດ ສະແຫວງສຶກສາ
ມື້ນີ້ຜູ້ຂຽນໄດ້ສັງລວມເອົາບາງບົດຮຽນ ແລະ ມາດຕະການຈຳນວນໜຶ່ງຂອງທາງການຫວຽດນາມໃນການຄຸ້ມຄອງລັດຄຸ້ມຄອງສັງຄົມ ແລະ ເສດຖະກິດ ໂດຍເລີ່ມຈາກຄຳເຫັນແນະນຳຂອງການນຳສະພາແຫ່ງຊາດຫວຽດນາມກ່ຽວກັບການປັບປຸງກົດໝາຍວ່າດ້ວຍການລົງທຶນຂອງລັດ (ໜັງສືພິມ Vientiane Time 4/9/2017) ໂດຍໄດ້ເຕືອນບໍ່ໃຫ້ຟ້າວຟັ່ງແບບຈັບຈູດ ເຊິ່ງຈະສົ່ງຜົນກະທົບບໍ່ດີຕໍ່ລະບົບກົດໝາຍ. ທ່ານ ຟຸງກວກຫ້ຽນ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ກ່າວກ່ຽວກັບເລື່ອງນີ້ໃນວັນທີ 2 ເດືອນນີ້ ທີ່ກອງປະຊຸມຕີລາຄາໝາກຜົນການປະຕິບັດກົດໝາຍການລົງທຶນຂອງລັດ ແລະ ແຜນການລົງທຶນຂອງລັດໄລຍະກາງ (2016-2020) ວ່າ: ການສ້າງກົດໝາຍນັ້ນມີຄວາມສຳຄັນ, ແຕ່ຕ້ອງຫລີກເວັ້ນໃຫ້ໄດ້ການລົງທຶນແບບກະແຈກກະຈາຍຕາມຄວາມມັກ, ການລົງທຶນຕ້ອງມີຄວາມຮັບຜິດຊອບໃຫ້ສາມາດກວດກາໄດ້ຕາມພື້ນຖານການຕົກລົງ. ສ່ວນທ່ານ ຫງວຽນຈິຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນນັ້ນໄດ້ກ່າວກ່ຽວກັບກົດໝາຍການລົງທຶນສະບັບປັບປຸງນີ້ວ່າ: ເປັນກົດໝາຍການລົງທຶນຂອງລັດສະບັບທຳອິດທີ່ຕິດພັນໂດຍກົງກັບຜົນປະໂຫຍດ, ສິດທິ ແລະ ຄວາມຮັບຜິດຊອບຂອງບັນດາກະຊວງ, ພາກສ່ວນການຈັດຕັ້ງອື່ນໆຂອງລັດ ກໍຄືອົງການການປົກຄອງທ້ອງຖິ່ນ. ແນ່ນອນການປະຕິບັດກົດໝາຍສະບັບນີ້ຄົງຫລີກເວັ້ນບໍ່ໄດ້ບັນຫາຄວາມຫຍຸ້ງຍາກຕ່າງໆ. ທ່ານຮອງນາຍົກລັດຖະມົນຕີ ມີຄຳເຫັນຕື່ມວ່າ: ການແກ່ຍາວເວລາອອກຕື່ມສຳລັບການຈັດສັນງົບປະມານເພື່ອການລົງທຶນນັ້ນ ຈະເຮັດໃຫ້ຜູ້ລົງທຶນບໍ່ໃຊ້ຄວາມພະຍາຍາມສຸດຄວາມສາມາດໃນການເຮັດສຳເລັດໂຄງການພາຍໃນປີ. ຜ່ານການຕີລາຄາການປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດ, ກອງປະຊຸມຊີ້ໃຫ້ເຫັນບັນຫາຂັດແຍ່ງສຳຄັນລະຫວ່າງການປະຕິບັດກົດໝາຍການລົງທຶນກັບກົດໝາຍສິ່ງແວດລ້ອມ. ຂໍ້ຂັດແຍ່ງດັ່ງກ່າວມີຢູ່ວ່າ: ກົດໝາຍສິ່ງແວດລ້ອມຮຽກຮ້ອງໃຫ້ມີການປະເມີນຜົນກະທົບກ່ອນຈາກການລົງທຶນຕໍ່ສິ່ງແວດລ້ອມຢ່າງຄົບຊຸດ, ສ່ວນກົດໝາຍການລົງທຶນນັ້ນພັດຮຽກຮ້ອງໃຫ້ພຽງແຕ່ໃຫ້ມີການປະເມີນຜົນກະທົບ ແລະ ແຜນປົກປັກຮັກສາສິ່ງແວດລ້ອມຂັ້ນພື້ນຖານເທົ່ານັ້ນ.
ອີກບັນຫາໜຶ່ງທີ່ທາງການຫວຽດນາມມີຄວາມກັງວົນໃຈ ແລະ ຊອກວິທີແກ້ໄຂຢ່າງຮີບດ່ວນນັ້ນກໍຄືລົດໂດຍສານປະເພດແທກຊີມີທ່າອ່ຽງເພີ່ມຂຶ້ນຈົນລົ້ນຖະໜົນ ເຊັ່ນຈຳນວນລົດແທກຊີໃນນະຄອນໂຮ່ຈີມິງດຽວນີ້ມີເຖິງ 10.700 ຄັນ ລື່ນຕົວເລກທີ່ຄາດຄິດໄວ້ສຳລັບ 5 ປີ (2000-2015) ເຖິງ 12,6% ເຮັດໃຫ້ຈຳນວນລົດກັບຈຳນວນ ແລະ ຂະໜາດຂອງເສັ້ນທາງບໍ່ສົມດູນກັນ. ໃນນະຄອນນີ້ຄວາມຍາວຂອງເສັ້ນທາງມີພຽງ 4.100 ກິໂລແມັດ, ເສັ້ນທາງທີ່ມີຄວາມກວ້າງກວ່າ 7 ແມັດນັ້ນມີພຽງ 41%, ອີກ 51% ເປັນທາງດິນແດງ ຫລື ມີຄວາມກວ້າງໜ້ອຍກວ່າ 1 ແມັດ. ຢູ່ນະຄອນຫລວງຮ່າໂນ້ຍ ຈຳນວນລົດແທກຊີມີປະມານ 17.400 ຄັນ ແຕ່ມີບ່ອນຈອດທີ່ຈັດໄວ້ສຳລັບລົດແທກຊີພຽງ 200 ຄັນ. ໄລຍະທາງທີ່ລົດແທກຊີແລ່ນແຕ່ລະວັນນັ້ນຍາວເຖິງ 200 ກິໂລແມັດ, ໃນນັ້ນເຄິ່ງໜຶ່ງແມ່ນແລ່ນເພື່ອຊອກຫາຜູ້ໂດຍສານ ເຊິ່ງເປັນການຊິ້ນເປືອງນ້ຳມັນ ແລະ ເວລາລ້າໆ. ວິທີແກ້ໄຂໂດຍອາໄສຄັງປັນຍາຈາກບັນດາຜູ້ຊ່ຽວຊານຕ່າງໆນັ້ນມີຫລາຍທາງເຊັ່ນ: ກຳນົດໃຫ້ລົດທີ່ຈະສາມາດແລ່ນເຂົ້າຊັ້ນໃນຂອງຕົວເມືອງຕ້ອງບັນທຸກຄົນໂດຍສານແຕ່ 2-3 ຄົນຂຶ້ນໄປ, ສ້າງທາງເລນພິເສດສຳລັບລົດເມ, ລົດຂົນສົ່ງສາທາລະນະ ແລະ ລົດສ່ວນຕົວ, ກຳນົດໃຫ້ຄົນຂັບລົດແທກຊີໃຊ້ແອ໋ບມືຖືເພື່ອຊ່ວຍຊອກຜູ້ໂດຍສານເພື່ອຫລຸດຜ່ອນສະພາບລົດຕິດ. ສ່ວນຈະເລືອກເອົາວິທີໃດນັ້ນຕ້ອງໄດ້ພິຈາລະນາຕາມສະພາບຄວາມເປັນຈິງຂອງແຕ່ລະຕົວເມືອງ.
ເລື່ອງສຸດທ້າຍກ່ຽວກັບຫວຽດນາມກໍແມ່ນຂ່າວກ່ຽວກັບແຜນສືບຕໍ່ຜະເດັດເສິກກັບບັນຫາສໍ້ລາດບັງຫລວງ. ໃນໄລຍະສອງປີຜ່ານມານີ້ ຂ່າວໂດ່ງດັງກ່ຽວກັບຄະດີສໍ້ລາດບັງຫລວງໄດ້ເພີ່ມຂຶ້ນຖີ່ກວ່າເກົ່າ. ກ່ຽວກັບບັນຫານີ້, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມໄດ້ອອກມາເປີດເຜີຍຕໍ່ບັນດາສື່ວ່າ: ການສອບສວນ ແລະ ດຳເນີນຄະດີສໍ້ລາດບັງຫລວງນັ້ນໄດ້ດຳເນີນໄປເປັນປົກກະຕິຢ່າງໂປ່ງໃສທົ່ວເຖິງ ສອດຄ່ອງກັບກົດໝາຍ ບໍ່ແມ່ນສະເພາະແຕ່ຄະດີໃຫຍ່ໆທີ່ເກີດຂຶ້ນໃນຕົວເມືອງເທົ່ານັ້ນ, ບັນດາຄະດີທີ່ເກີດຂຶ້ນຕາມຊົນນະບົດກໍໄດ້ຖືກສອບສວນ ແລະ ແກ້ໄຂເຊັ່ນກັນ.