ສີລັງກາເລີ່ມໂຄງການຕົວແບບ ສອນປັນຍາປະດິດໃນໂຮງຮຽນ
March 7, 2024 - 4:05 PM


ກະຊວງສຶກສາທິການສີລັງກາ ປະກາດແຜນດໍາເນີນໂຄງການຕົວແບບໃນໂຮງຮຽນ 20 ແຫ່ງ ເຊິ່ງຈະມອບໂອກາດໃຫ້ນັກຮຽນຊັ້ນມັດທະຍົມສຶກສາປີທີ 2 ໄດ້ຮຽນຮູ້ເຕັກໂນໂລຊີປັນຍາປະດິດ (AI) ແບບເຈາະເລິກ ພາຍໃນຫລັກສູດເຕັກໂນໂລຊີຂໍ້ມູນຂ່າວສານ ນັບແຕ່ວັນທີ 19 ມີນາເປັນຕົ້ນໄປ.
ວັນທີ 7 ມີນາ, ສໍານັກຂ່າວຊິນຮົວລາຍງານວ່າ: ປັດຈຸບັນມີການຝຶກອົບຮົມຄະນະຄູ ແລະ ຄາດວ່ານັກຮຽນທົ່ວປະເທດຈະໄດ້ຮຽນວິຊານີ້ໃນປີໜ້າ ໂດຍໂຄງການຕົວແບບດັ່ງກ່າວຈະເປັນຂໍ້ສະເໜີແນະນໍາຈາກຄະນະສະເພາະກິດທີ່ໄດ້ຮັບການແຕ່ງຕັ້ງຂຶ້ນມາ ກໍານົດຍຸດທະສາດ ແລະ ແຜນງານລະດັບຊາດ ກ່ຽວພັນກັບເຕັກໂນໂລຊີປັນຍາປະດິດ.
ນອກຈາກນັ້ນ, ລັດຖະບານສີລັງກາວາງແຜນຈັດການຝຶກອົບຮົມວິຊາຊີບ ແລະ ທັກສະເສີມໃຫ້ນັກຮຽນທີ່ສອບເສັງເຂົ້າມະຫາວິທະຍາໄລຈໍານວນ 50.000 ຄົນ ໃນປີ 2023 ເກືອບ 15% ຂອງນັກຮຽນທີ່ສອບເສັງເຂົ້າມະຫາວິທະຍາໄລທັງໝົດໃນປີດຽວກັນ.