ປາກິດສະຖານໂຈມຕີອັບການິດສະຖານ ເພື່ອເປັນສັນຍານເຕືອນເຖິງກຸ່ມຕາລີບັນ


ລັດຖະບານປາກິດສະຖານກ່າວວ່າ: ປະຕິບັດການໂຈມຕີທາງທະຫານຢູ່ພາກຕາເວັນອອກຂອງອັບການິດສະຖານເກີດຂຶ້ນເພື່ອເປັນຄໍາເຕືອນເຖິງກຸ່ມຕາລີບັນ.
ວັນທີ 19 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຕ່າງປະເທດອັບການິດສະຖານອອກຖະແຫລງການເຊີນເຈົ້າໜ້າທີ່ການທູດລະດັບສູງສຸດຂອງເອກອັກຄະລັດຖະທູດປະຈໍານະຄອນຫລວງກາບູນເຂົ້າພົບ ໃນວັນທີ 8 ມີນາຜ່ານມາ ເພື່ອປະທ້ວງກໍລະນີກອງທັບປາກິດສະຖານປະຕິບັດການໂຈມຕີທາງອາກາດ ສ້າງຄວາມເສຍຫາຍໃຫ້ແກ່ບ້ານເຮືອນຂອງປະຊາຊົນຢູ່ແຂວງຄອສ ແລະ ແຂວງປັກຕິກາ ທີ່ຢູ່ທາງຕາເວັນອອກຂອງອັບການິດສະຖານ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ ຢູ່ແຂວງປັກຕິກາ 6 ແລະ ແຂວງຄອສ 2 ຄົນ.
ເນື້ອໃນໃນຖະແຫລງການຂອງກະຊວງການຕ່າງປະເທດອັບການິດສະຖານ ລະບຸອີກວ່າ: ຮຽກຮ້ອງໂດຍກົງເຖິງລັດຖະບານປາກິດສະຖານ ວ່າບໍ່ຄວນເປີດໂອກາດໃຫ້ບຸກຄົນບາງກຸ່ມເຂົ້າມາເພີ່ມຄວາມຫຍຸ້ງຍາກສັບຊ້ອນໃຫ້ການພົວພັນລະດັບທະວີພາຄີ ເຊິ່ງເປັນການສື່ສານໄປເຖິງກອງທັບປາກິດສະຖານ, ສ່ວນກຸ່ມຕາລີບັນກ່າວອີກວ່າ: ເລີ່ມການຕອບໂຕ້ດ້ວຍການໂຈມຕີຖານປະຈໍາການທາງທະຫານຫລາຍແຫ່ງຂອງປາກິດສະຖານທີ່ຢູ່ຕາມຊາຍແດນ.
ຂະນະທີ່ກະຊວງການຕ່າງປະເທດປາກິດສະຖານອອກຖະແຫລງການວ່າ: ຜູ້ມີອໍານາດບາງກຸ່ມຢູ່ອັບການິດສະຖານໃຫ້ການສະໜັບສະໜູນກຸ່ມເຕຣິດ ອີ ຕາລີບັນ (TPP) ແລະ ອາໄສການເຄື່ອນໄຫວຂອງ TPP ໃນການຕໍ່ຕ້ານປາກິດສະຖານ ແລະ ລະບຸວ່າ: ປະຕິບັດການໂຈມຕີຄັ້ງນີ້ເປັນການຕອບໂຕ້ເຫດການກຸ່ມຕິດອາວຸດແຊກຊຶມເຂົ້າເຂດແດນຈາກອັບການິດສະຖານເຂົ້າມາສັງຫານທະຫານປາກິດສະຖານຢ່າງໜ້ອຍ 7 ຄົນ ໃນວັນທີ 16 ມີນາຜ່ານມາ.
ສ່ວນກະຊວງການຕ່າງປະເທດອາເມລິກາຂໍໃຫ້ປາກິດສະຖານອົດກັ້ນຕໍ່ການເຄື່ອນໄຫວທາງທະຫານຕາມຊາຍແດນ. ເຖິງຢ່າງໃດກໍຕາມ, ການພົວພັນລະຫວ່າງປາກິດສະຖານກັບອັບການິດສະຖານທະວີຄວາມເຄັ່ງຕຶງຢ່າງຕໍ່ເນື່ອງ ນັບແຕ່ກຸ່ມຕາລີບັນກັບມາຄອງອໍານາດເມື່ອເກືອບ 3 ປີກ່ອນ ໂດຍລັດຖະບານອິດສະລາມາບັດກ່າວຫາລັດຖະບານກາບູນຢູ່ເບື້ອງຫລັງ ຫລື ມີສ່ວນກ່ຽວຂ້ອງຕໍ່ການໂຈມຕີຂ້າມຊາຍແດນທີ່ຍັງເກີດຂຶ້ນ ແລະ ໃຫ້ບ່ອນອາໄສສະມາຊິກກຸ່ມຫົວຮຸນແຮງ ເຊິ່ງກຸ່ມຕາລີບັນຢືນຢັນປະຕິເສດ.