ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ

ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ - WhatsApp Image 2024 03 29 at 12 - ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ
ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ - kitchen vibe - ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ

ວັນທີ 29 ມີນາ 2024 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ໄດ້ຖະແຫລງການແຫ່ງຊາດ ກ່ຽວກັບການວາງແຜນຄອບຄົວວິໄສທັດປີ 2030 ປະຈຳປີ 2024 ວ່າ: ເພື່ອບັນລຸບັນດາເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວນັ້ນ ບັນດາຂະແໜງການກ່ຽວຂ້ອງຕ້ອງໄດ້:

(1) ເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍແນວທາງ-ແຜນນະໂຍ ບາຍຂອງພັກ-ລັດ ວາງອອກ;

ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ - Visit Laos Visit SALANA BOUTIQUE HOTEL - ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ
ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ - Visit Laos Visit SALANA BOUTIQUE HOTEL - ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ

(2) ຍູ້ແຮງວຽກງານໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໝາຍ ແລະ ນິຕິກໍາຕ່າງໆ ກ່ຽວກັບວຽກງານວາງແຜນຄອບຄົວ ຢ່າງເປັນປົກກະຕິ;

(3) ຫັນ ປ່ຽນຢ່າງແຂງແຮງດ້ານເນື້ອໃນ, ວິທີການ ແລະ ຄຸນນະພາບໃນການໂຄສະນາເຜີຍແຜ່, ສຶກສາອົບຮົມ ກ່ຽວກັບການດໍາລົງຊີວິດແບບປອດໃສ, ແບບແຜນດໍາລົງຊີວິດທີ່ສີວິໄລ, ບໍ່ສ້າງຄວາມຫຍຸ້ງຍາກພາຍໃນຄອບຄົວ, ການມີສ່ວນຮ່ວມໃນການວາງແຜນຄອບຄົວ, ການຄຸມກໍາເນີດທີ່ທັນສະໄໝ, ສິດສະເໝີພາບຍິງ-ຊາຍ, ການລ້ຽງດູສະມາຊິກພາຍໃນຄອບຄົວ, ການແຕ່ງດອງຖືກຕ້ອງຕາມຮີດຄອງປະເພນີ ແລະ ກົດໝາຍ;

(4) ສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ສົ່ງຜົນກະທົບຕໍ່ຄວາມກ້າວໜ້າພາຍໃນຄອບຄົວ ໂດຍສະເພາະແມ່ນຄອບຄົວໜຸ່ມ, ລົບລ້າງແນວຄິດຫຼ້າຫຼັງກ່ຽວກັບການເກີດລູກ, ບັນດາປະເພນີທີ່ຄັດກັບຫຼັກວິທະຍາສາດ ເພື່ອຮັບປະກັນການພັດທະນາພາຍໃນຄອບຄົວ ແລະ ຫຼຸດອັດຕາການເສຍຊີວິດ, ການເຈັບເປັນຂອງແມ່ ແລະ ເດັກ ຢູ່ ສປປ ລາວ ໂດຍສະເພາະແມ່ນໃຫ້ສາມາດບັນລຸບັນດາຕົວຊີ້ບອກທີ່ລະບຸໄວ້ໃນ SDGs 3 (ການມີສຸຂະພາບ ແລະ ຊີວີດທີ່ດີ);

(5) ອະນຸລັກຮັກສາ-ສົ່ງເສີມ ຄຸນຄ່າມູນເຊື້ອວັດທະນະທໍາອັນດີງາມຂອງຊາດ ແລະ ຂອງເຜົ່າ, ເລືອກເຟັ້ນ ແລະ ຮັບເອົາສິ່ງຍອດຍິ່ງ ທີ່ສອດຄ່ອງທາງດ້ານວັດ ທະນະທໍາຂອງຍຸກສະໄໝ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບດີຍິ່ງໆຂຶ້ນ.

ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ - 4 - ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ
ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ - 3 - ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ
ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ - 5 - ເປົ້າໝາຍສູ້ຊົນກ່ຽວກັບວຽກງານວາງແຜນຄອບຄົວໃຫ້ບັນລຸຜົນ ຕ້ອງເອົາໃຈໃສ່ 5 ວຽກງານສຳຄັນ