ແຈ້ງເຕືອນ: ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ ວັນທີ 30 ມີນາ 2024.

ເນື່ອງຈາກວ່າມວນອາກາດເຢັນທີ່ປະເທດຈີນ ຍັງຈະສບຕໍ່ແຜ່ລົງມາ ປົກຄຸມຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວ ດ້ວຍກາລັງອ່ອນ, ສ່ວນເຂດພາກໃຕ້ ຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ມີກາລັງ ແຮງປານກາງຍັງປົກຄຸມ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກ ສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໝາກເຫັບຕົກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ດັັ່ງນັ້ນຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການ ປົກຄອງທຸກພາກສ່ວນທີ່ອາໄສຢູ່ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ຫລວງນໍ້າທາ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ນະຄອນ ຫລວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື. ຈົ່ງມີສະຕິລະມັດລະວັງ ຕໍ່ສະພາບຝົນຕົກ ຟ້າຮ້ອງ ຟ້າເຫື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງທີ່ຈະເຮັດໃຫ້ເຮືອນຊານເປ່ເພ່, ຕົ້ນໄມ້ໃຫຍ່ ແລະ ປ້າຍ ໂຄສະນາຫັກລົ້ມ ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.