ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45

ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 - 523 - ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45
ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 - kitchen vibe - ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45

ວັນທີ 2 ເມສາ 2024 ກະຊວງ ປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບ-ຮັບຄໍາສັ່ງ ປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ປ່ອຍຂະບວນລົດວິຊາສະເພາະ ສະແດງເຖີງຄວາມພ້ອມໃນດ້ານຕ່າງໆ ເພື່ອກະກຽມປ້ອງກັນກອງປະຊຸມ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ເຂົ້າຮ່ວມໂດຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ມີບັນດາຮອງລັດຖະມົນຕີ, ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການກະຊວງ, ກອງບັນຊາການ, 3 ວິທະຍາຄານ, ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງທົ່ວປະເທດ, ພ້ອມດ້ວຍກ້ອນກໍາລັງວິຊາສະເພາະປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.

ໃນພິທີ, ພົຈວ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ ໄດ້ລາຍງານຫຍໍ້ກ່ຽວກັບການກະກຽມປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ເຊີ່ງກອງປະຊຸມຄັ້ງນີ້ຈະມີຜູ້ເຂົ້າຮ່ວມຈາກບັນດາປະເທດອາຊຽນເພື່ອນມິດສາກົນໄດ້ໃຫ້ຄວາມເຊື່ອໜັ້ນໃນທຸກໆດ້ານ ແລະ ຈະມີຜູ້ເຂົ້າຮ່ວມຫຼາຍລະດັບເປັນຕົ້ນແມ່ນປະມຸກລັດ,ປະທານປະເທດ, ນາຍົກລັດຖະມົນຕີ, ບັນດາກະຊວງ, ເຈົ້າໜ້າທີ່ອາວຸໂສ ແລະ ວິຊາການຂັ້ນຕ່າງໆທີ່ມາຈາກບັນດາປະເທດອາຊຽນ, ອາຊຽນບວກ ແລະ ຄູ່ເຈລະຈາອາຊຽນກາຍເປັນປະຊາຄົມທີ່ມີຄວາມເຂັ້ມແຂງທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທໍາສັງຄົມ, ປະຊາຊົນອາຊຽນມີຄວາມສົມບູນພູນສຸກ.

ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 - Visit Laos Visit SALANA BOUTIQUE HOTEL - ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45
ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 - Visit Laos Visit SALANA BOUTIQUE HOTEL - ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45

ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຜ່ານຄໍາສັ່ງເພີ່ມທະວີວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44, 45, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນປີ 2024 ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນແຕ່ລະດ້ານໃນການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ປີ 2024 ເພື່ອຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບທາງດ້ານການເມືຶອງ ແລະ ມີຄວາມເປັນລະບຽບຮຽບຮ້ອຍປອດໄພທາງດ້ານສັງຄົມ ໃນໄລຍະກະກຽມ ແລະ ດໍາເນີນກອງປະຊຸມສຸດຍອດອາຊຽນຄັ້ງທີ 44, 45 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງໃຫ້ມີຄວາມສະຫງົບປອດໄພສູງສຸດ.

ຈາກນັ້ນ, ພົອ ວິໄລ ຫຼ້າຄໍາຟອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກໍາລັງທຸກເຫຼົ່າຮົບທີ່ຕັ້ງໜ້າຝຶກຊ້ອມ ຈົນສາມາດອອກປະຕິບັດເຮັດໜ້າທີ່ປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44, 45 ທີ່ຈະເປີດຂຶ້ນໃນມໍ່ໆນີ້ ພ້ອມທັງເນັ້້ນໃຫ້ຄະນະພັກ-ຄະນະບັນຊາ ແລະ ກ້ອນກໍາລັງເຫຼົ່າຮົບວິຊາສະເພາະແຕ່ລະສະຫາຍຈົ່ງເພີ່ມທະວີຄວາມເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບພິດຊອບສູງ ແລະ ມີຜົນສໍາເລັດຕາມຄາດໜາຍທີ່ໄດ້ວາງໄວ້.

ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 - 5 - ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45
ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 - 4 - ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45
ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 - 3 - ກະຊວງ ປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45