ປກສ ເມືອງນາຊາຍທອງ ກັກຕົວຜູ້ຄ້າຂາຍຢາເສບຕິດ 2 ຄົນ ພ້ອມຢາບ້າ ຫລາຍກວ່າ 1,2 ລ້ານເມັດ

ວັນທີ 2 ເມສາ 2024, ພັທ ເຂີງຄຳ ຈັນທະວີໄຊ ຫົວໜ້າພະແນກຕຳຫລວດ ປກສ ເມືອງນາຊາຍທອງ ລາຍງານວ່າ: ໃນວັນທີ 27 ມີນາ ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ໄດ້ອອກປະຕິບັດໜ້າທີ່ຢູ່ເຂດບ້ານນາຍາງ ສາມາດກັກຕົວເປົ້າໝາຍຜູ້ຄ້າຂາຍຢາເສບຕິດ 1 ຄົນ ຊື່ ທ້າວ ຮົວເຮີ ອາຍຸ 23 ປີ ຢູ່ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫລວງວຽງຈັນ ພ້ອມຂອງກາງຢາບ້າ 6.000 ກວ່າເມັດ. ຈາກການສືບສວນ-ສອບສວນຂອງເຈົ້າໜ້າທີ່ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ສາມາດກັກຕົວເປົ້າໝາຍໄດ້ອີກ 1 ຄົນ ຊື່ ທ້າວ ຕົງຊົງ ອາຍຸ 24 ປີ ຢູ່ບ້ານດົງຊຽງດີ ເມືອງນາຊາຍທອງ ພ້ອມຂອງກາຢາບ້າ 1.222.400 ເມັດ ແລະ ວັດຖຸຊັບສິນມີຄ່າຈຳນວນໜຶ່ງ.
ຜ່ານການສືບສວນ-ສອບສວນຜູ້ກ່ຽວຮັບສາລະພາບວ່າ: ໄດ້ມີການເຄື່ອນໄຫວຄ້າຂາຍຢາເສບຕິດຈຳນວນດັ່ງກ່າວແທ້ ແລະ ໄດ້ຊື້ຢາມາຈາກຜູ້ຮ່ວມຂະບວນການນຳກັນ.
ປັດຈຸບັນ ຄະດີດັ່ງກ່າວເຈົ້າໜ້າທີ່ພວມດຳເນີນການຕາມຂັ້ນຕອນກົດໝາຍ, ສ່ວນເປົ້າໝາຍທີ່ຖືກຊັດທອດນັ້ນ ເຈົ້າໜ້າທີ່ວິຊາສະເພາະພວມສືບຕໍ່ເລັ່ງຕິດຕາມເພື່ອນຳຕົວເຄືອຄ່າຍຜູ້ຮ່ວມຂະບວນການຄ້າຢາເສບຕິດ ມາດຳເນີນຄະດີຕາມລະບຽບກົດໝາຍ.
ຂໍ້ມູນ: ປກສ ນວ