13-15 ຕຸລານີ້ຈະມີຝົນຕົກຢູ່ຫລາຍທ້ອງຖິ່ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 13-15 ຕຸລານີ້, ຄວາມກົດດັນອາກາດສູງຈະມີກຳລັງແຮງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສຽງເໜືອພັດປົກຄຸມ, ຊຶ່ງລັກສະນະດັ່ງກ່າວຈະເຮັດໃຫ້ອາກາດເຢັນ, ໂດຍສະເພາະແຂວງພາກເໜືອດ້ານຕາເວັນອອກ ແລະ ຍັງຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ພາກເໜືອດ້ານຕາເວັນຕົກ: ອາກາດເຢັນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຊຽງຂວາງ ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 28-30 ອົງສາ, ພາກເໜືອດ້ານຕາເວັນຕົກ: ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 31-33 ອົງສາ, ພາກກາງ: ຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນຕື່ມອີກ, ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 31-33 ອົງສາ. ນະຄອນຫລວງວຽງຈັນ: ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 31-33 ອົງສາ.