ເມືອງປາກລາຍ ທຳລາຍສິນຄ້າໝົດອາຍຸ 45 ລາຍການ

ວັນທີ 4 ເມສາ 2024, ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ທຳລາຍສິນຄ້າໝົດອາຍຸ ຢູ່ທີ່ສະໜາມຂີ້ເຫຍື້ອບ້ານນ້ຳຊົ້ງ, ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ຄະນະຮັບຜິດຊອບຄຸ້ມຄອງ, ລົງກວດກາບັນດາຫ້າງຮ້ານຕ່າງໆ ໃນຂອບເຂດເທດສະບານ ແລະ ຊານເມືອງ ໃນຄັ້ງ ວັນທີ 11 – 28 ມີນາຜ່ານມາ ມີຮ້ານຄ້າທີ່ຖືກກວດກາມີ 42 ຮ້ານ ແລະ 1 ຫ້າງຊັບພະສິນຄ້າ ຜ່ານການກວດກາຕົວຈິງໄດ້ພົບສິນຄ້າໝົດອາຍຸພາຍໃນຮ້ານມີ 13 ຮ້ານ ມີ 45 ລາຍການ, ຄິດເປັນມູນຄ່າທັງໝົດ 7.963.000 ກີບ
ນອກນີ້ໄດ້ປະຕິບັດການປັບໃໝ ຕາມລະບຽບຕາມບົດບັນທຶກໃນຄັ້ງຜ່ານມາ ພ້ອມທັງໄດ້ເຮັດບົດ ບັນທຶກກ່າວເຕືອນເປັນຄັ້ງທີ 1 ມີ 1 ຮ້ານ (ເພາະເປັນຮ້ານເປີດໃໝ່) ພ້ອມນີ້ກໍຍັງໄດ້ທົດສອບກວດຫາສານ Formalin ແລະ Brorax ໃນອາຫານທະເລສົດ, ອາຫານແຊ່ແຂງ ຜົນ ຂອງການກວດກາເຫັນວ່າ: ບໍ່ພົບສານປົນເປື້ອນໃນອາຫານທະເລສົດ – ອາຫານແຊ່ແຂງ, ອາຫານປະເພດແຊ່ແຂງທີ່ໝົດອາຍຸມີ 5 ລາຍການ ລວມ 52 ກິໂລກຣາມ, ເຄື່ອງສໍາອາງໝົດອາຍຸ, ເຄື່ອງປຸງແຕ່ງອາຫານໝົດອາຍຸ ແນວລະ 5 ລາຍການ, ໝີ່, ເຂົ້າຫນົມໝົດອາຍຸ 2 ລາຍການ, ຊາ, ນົມ, ກາເຟ, ນໍ້າອັດລົມໝົດອາຍຸ 8 ລາຍການ.
ທັງນີ້ກໍເພື່ອແນໃສ່ຮັບປະກັນບໍ່ໃຫ້ມີກໍລະນີເກີດພະຍາດລະບາດຍ້ອນສາເຫດອາຫານເປັນພິດ, ພ້ອມທັງເປັນການປົກປ້ອງຜູ້ບໍລິໂພກ ຄຽງຄູ່ກັບການຄວບຄຸມແນະນໍາໃຫ້ຄວາມຮູ້ ແລະ ເພີ່ມສະຕິຄວາມເປັນເຈົ້າການຂອງຜູ້ປະກອບການ ທີ່ດໍາເນີນທຸລະກິດທາງດ້ານອາຫານ, ເຄື່ອງດື່ມສໍາເລັດຮູບ, ເຄິ່ງສໍາເລັດຮູບ, ເຄື່ອງສໍາອາງ.