ຍິງສາວເຂົ້າຫ້ອງ ICU ເພາະດື່ມກາເຟຈາກຕູ້ອັດຕະໂນມັດ

ຍິງສາວຄົນໜຶ່ງປ່ວຍໜັກຕ້ອງເຂົ້າຫ້ອງ ICU ຫລັງດື່ມກາເຟຈາກຕູ້ກົດອັດຕະໂນມັດຢູ່ສະໜາມບິນ ໂດຍຈອກກາເຟຂອງນາງເຕັມໄປດ້ວຍແມງໄມ້.
“Metro” ສື່ຂອງອັງກິດລາຍງານວ່າ: ຍິງສາວອາຍຸ 21 ປີ ເຊິ່ງເຮັດວຽກໃຫ້ສາຍການບິນແຫ່ງໜຶ່ງ ຊື້ກາເຟຈາກຕູ້ກົດອັດຕະໂນມັດຢູ່ສະໜາມບິນຊອນ ຊານ ໂຈນ ໃກ້ເມືອງປັລມາ ມາຢໍກາ ປະເທດແອັສປາຍ ຫລັງຈາກກິນກາເຟໄປໄດ້ 2-3 ຄັ້ງ ນາງຮູ້ສຶກວ່າລົດຊາດມັນປ່ຽນໄປ ເມື່ອເປີດຝາຈອກອອກເຫັນວ່າມີແມງໄມ້ທີ່ຕາຍແລ້ວ ແລະ ແມງໄມ້ທີ່ຍັງຄານໄປມາຢູ່ທາງໃນຈໍານວນຫລາຍ ເຮັດໃຫ້ນາງປຸ້ນທ້ອງປວດຮາກ ແລະ ເວລາຕໍ່ມາ ນາງເກີດອາການຊ໊ອກ ໂດຍມີອາການໃບໜ້າບວມ, ຄໍປິດ ເຮັດໃຫ້ຫາຍໃຈລໍາບາກ, ຜິວໜັງບວມຫລາຍຈຸດ ຫລັງເຈົ້າໜ້າທີ່ສະໜາມບິນກວດອາການຂອງຍິງສາວຄົນດັ່ງກ່າວຈຶ່ງຟ້າວຮ້ອງລົດໂຮງໝໍມາຮັບນາງໄປປິ່ນປົວ. ຜູ້ຍິງຄົນນີ້ຕ້ອງຢູ່ໃນຫ້ອງ ICU ເຖິງ 36 ຊົ່ວໂມງ ເພື່ອໃຫ້ທີມແພດຊ່ວຍຊີວິດນາງ ກ່ອນຖືກປ່ອຍກັບບ້ານໄດ້ໃນອີກ 3 ວັນຕໍ່ມາ.
ປັດຈຸບັນຄອບຄົວຂອງຜູ້ຍິງຄົນດັ່ງກ່າວ ໄດ້ຍື່ນເລື່ອງຮ້ອງຮຽນຕໍ່ຕໍາຫລວດ ໂດຍກ່າວວ່າກໍລະນີມີແມງໄມ້ໃນເຄື່ອງຊົງກາເຟ ຖືເປັນອາດຊະຍາກໍາຕໍ່ສຸຂະພາບຂອງປະຊາຊົນ ຄອບຄົວຂອງນາງກ່າວຫາວ່າ: ຜູ້ຜະລິດຕູ້ຈໍາໜ່າຍສິນຄ້າມີການບໍາລຸງຮັກສາບໍ່ດີ ເຊິ່ງເຮັດໃຫ້ຜູ້ຍິງຄົນນີ້ຊື້ກາເຟທີ່ເຕັມໄປດ້ວຍແມງໄມ້ໄປດື່ມ ຈົນເກືອບຕ້ອງເສຍຊີວິດ.
ສໍາລັບສາເຫດທີ່ມີແມງໄມ້ຢູ່ຈອກກາເຟຈໍານວນຫລາຍ ຝ່າຍບໍລິຫານສະໜາມບິນໄດ້ດໍາເນີນການສອບສວນແລ້ວ ແລະ ໄດ້ສັ່ງໃຫ້ບໍລິສັດເຈົ້າຂອງຕູ້ຈໍາໜ່າຍສິນຄ້າປິດໃຫ້ບໍລິການຊົ່ວຄາວ ພ້ອມກວດສອບເຄື່ອງທັງໝົດໂດຍລະອຽດ.