ອຸຕຸແຈ້ງເຕືອນຝົນຍັງຈະສືບຕໍ່ຕົກຢູ່ຫລາຍທ້ອງຖິ່ນ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ລະຫວ່າງວັນທີ 19-22 ຕຸລານີ້ບໍລິເວນຄວາມກົດດັນອາກາດສູງຈະມີກຳລັງແຮງເພີ່ມຂຶ້ນປົກຄຸມເຂດພາກເໜືອ, ພ້ອມນີ້ພາຍຸໝູນເຂດຮ້ອນຈະກໍ່ຕົວອີກຫົວໃໝ່ໃນເຂດທະເລຈີນໃຕ້, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່ເຂດພາກເໜືອດ້ານຕາເວັນຕົກ ແລະ ເຂດພາກໃຕ້.
ພາກເໜືອດ້ານຕາເວັນອອກ: ສະພາບຝົນຈະຫລຸດລົງ, ອຸນຫະພູມຕ່ຳສຸດ 17-20 ອົງສາ ແລະ ສູງສຸດ 28-30 ອົງສາ, ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ແລະ ຕົກປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 31-33 ອົງສາ. ພາກກາງ: ສະພາບຝົນຈະຫລຸດລົງ, ອຸນຫະພູມຕໍ່າສຸດ 22-24 ອົງສາ ແລະ ສູງສຸດ 32-34 ອົງສາ. ພາກໃຕ້: ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ແລະ ຕົກປານກາງຢູ່ຫລາຍທ້ອງຖິນ ແລະ ຕົກໜັກ, ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 32-34 ອົງສາ. ນະຄອນຫວງວຽງຈັນ: ສະພາບຝົນຈະສືບຕໍ່ຕົກໃນລະດັບຄ່ອຍ, ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 32-34 ອົງສາ.