ສົ່ງເສີມການທ່ອງທ່ຽວຕ້ອງຕິດພັນ ກັບການຜະລິດຂອງທີ່ລະນຶກໃຫ້ຫລາກຫລາຍ

ໂດຍ: ທ່ຽງທຳ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ມາພົບກັນອີກໃນຄໍລຳສະບາຍດີຕອນເຊົ້າ ພາຍຫລັງຫ່າງໄປເປັນທິດ ເນື່ອງຈາກວຽກງານ. ເພື່ອນຜູ້ອ່ານຫລາຍຄົນກໍອາດຈະເຄີຍໄດ້ໄປທ່ຽວມາແລ້ວ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເມື່ອໄປຮອດໃສ ນອກຈາກຄວາມສົນໃຈ ແລະ ປະທັບໃຈກັບຄວາມງາມຂອງແຫລ່ງທ່ອງທ່ຽວແລ້ວ, ຖັດລົງມາກໍອາດຈະແມ່ນສິ່ງຂອງທີ່ລະນຶກທີ່ເປັນເອກະລັກຂອງເຂດນັ້ນ, ປະເທດນັ້ນ. ຖ້າເວົ້າງ່າຍໆຄືເຮົາໄປແຂວງຫລວງພະບາງ ນອກຈາກການໄດ້ສຳຜັດກັບຄວາມໂດດເດັ່ນຂອງຕົວເມືອງມໍລະດົກ ເຊິ່ງອາດຈະເປັນແຫລ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດແລ້ວ ກໍຈະແມ່ນເລື່ອງສິ່ງຂອງທີ່ລະນຶກທີ່ເປັນເອກະລັກຂອງຫລວງພະບາງ ຄືໃນປັດຈຸບັນກໍອາດຈະແມ່ນແຜ່ນແພລາຍປັກຖັກແສ່ວດ້ວຍມື ຫລື ອາດຈະເປັນໄຄແຜ່ນ, ໜັງເຄັມ, ແຈ່ວບອງ ແລະ ອື່ນໆທີ່ເປັນເອກະລັກສະເພາະຂອງເຂດນັ້ນ, ຖ້າລົງໄປຮອດຈຳປາສັກກໍອາດຈະເປັນສິ່ງຂອງແກະສະລັກ, ເຄື່ອງຈັກສານ ແລະ ແຈ່ວປາກະເຕົາອື່ນໆທີ່ຕິດພັນກັບຊີວິດ ແລະ ວັດທະນະທຳຂອງປະຊາຊົນເຂດໃຕ້, ຖ້າໄປຫວຽດນາມ, ປະເທດຈີນ ແລະ ຫລາຍປະເທດອື່ນໆໃນໂລກກໍຈະມີຢ່າງຫລາກຫລາຍເຖິງສິ່ງຂອງທີ່ລະນຶກເຫລົ່ານັ້ນ ອັນໄດ້ສ້າງສິ່ງຈັບອົກຈັບໃຈ ແລະ ເປັນຈຸດດຶງດູດກ້ອນເງິນຂອງນັກທ່ອງທ່ຽວອີກດ້ວຍ. ຕົວຢ່າງຢູ່ ສສ ຫວຽດນາມ ໃຜກໍຈະຮູ້ດີເຖິງກຸບຂອງຊາວຫວຽດນາມອັນເປັນວັດທະນະທຳໃນການນຸ່ງຫົ່ມຂອງຊາວຫວຽດນາມມາແຕ່ດອກດຳບັນ, ຖ້າຊື້ກຸບໃບໜຶ່ງຢູ່ຕະຫລາດທົ່ວໄປກໍຈະມີລາຄາພຽງ 5.000-10.000 ດົງຫວຽດນາມ ແຕ່ໃບກຸບດັ່ງກ່າວຫາກໄດ້ຕົກແຕ່ງໃຫ້ຕິດພັນ ແລະ ບົ່ງບອກເຖິງວັດທະນະທຳຂອງປະເທດດັ່ງກ່າວແລ້ວກໍຈະມີມູນຄ່າເພີ່ມຂຶ້ນຫລາຍເທົ່າ, ຖ້າຢູ່ປະເທດຈີນພຽງຕຸກກະຕາໝີແພນດ້າໂຕໜຶ່ງກໍຈະມີມູນຄ່າເປັນແສນ, ເປັນລ້ານ. ຖ້າຢູ່ເຂດອາຟຣິກາໃຕ້ ເຊິ່ງຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກຂອງເຂົາເຈົ້າກໍຈະແມ່ນບັນດາຮູບປັ້ນຮູບຫລໍ່ ຫລື ຮູບແກະສະຫລັກຕ່າງໆຂອງບັນດາໂຕສັດທີ່ຫາຍາກໃນເຂດອາຟຣິກາເຊັ່ນ: ຊ້າງຫູໃຫຍ່, ເສືອດາວ, ສິງ, ກວາງ, ຟານ ແລະ ສັດປ່າຫາຍາກອື່ນໆ ອັນໄດ້ສ້າງຄວາມຈັບອົກຈັບໃຈໃຫ້ແຂກຄົນຜູ້ມາທ່ຽວເປັນຈຳນວນບໍ່ໜ້ອຍ ແລະ ພ້ອມໆກັນນັ້ນ ເຂົາເຈົ້າຍັງໄດ້ຖືເອົາບ່ອນລ້ຽງ, ບ່ອນຜະລິດຂອງຜະລິດຕະພັນດັ່ງກ່າວໃຫ້ຕິດພັນກັບລາຍການທົວອີກດ້ວຍ ທັງສ້າງຄວາມຈັບອົກຈັບໃຈໃຫ້ຜູ້ມາທ່ຽວ ແລະ ທັງເປັນການສົ່ງເສີມຜູ້ຜະລິດໃຫ້ນັບມື້ມີການພັດທະນາຂະຫຍາຍຕົວ.
ສ່ວນຢູ່ບ້ານເຮົາເດ ໃນປັດຈຸບັນເປັນແນວໃດ ? ພວກເຮົາໄດ້ໃຫ້ຄວາມສົນໃຈກັບວຽກງານດັ່ງກ່າວແລ້ວບໍ ? ຖ້າເບິ່ງໂດຍທົ່ວໄປກໍຖືວ່າມີ, ແຕ່ເວົ້າເຖິງຄວາມເລິກເຊິ່ງຂອງມັນແມ່ນຍັງມີໜ້ອຍ ແລະ ບໍ່ຫລາກຫລາຍສີສັນ, ຍັງບໍ່ທັນໄດ້ນຳເອົາການຜະລິດເຫລົ່ານັ້ນເຂົ້າຕິດພັນກັບລາຍການທ່ອງທ່ຽວພໍປານໃດ ແລະ ຈຸດນີ້ພວກເຮົາ (ຂະແໜງມະຫາພາກ) ຄວນຈະຕ້ອງໄດ້ຊອກຫາທາງອອກ ແລະ ແກ້ໄຂໃຫ້ເປັນຕົນໂຕດີຂຶ້ນ. ດັ່ງຂອດການຜະລິດເຈ້ຍສາຢູ່ຫລວງພະບາງ, ນັກທ່ອງທ່ຽວຫລາຍປະເທດກໍໃຫ້ຄວາມສົນໃຈ ແລະ ມັກຈະຊື້ຜະລິດຕະພັນດັ່ງກ່າວເພື່ອການຕົກແຕ່ງເອຍ້ອງເຮືອນຊານໄດ້ເປັນຢ່າງດີ. ເອົາລະ ໃນໂອກາດເປີດປີທ່ອງທ່ຽວລາວນີ້ ພວກເຮົາຫວັງວ່າສິ່ງຍອດຍິ່ງດັ່ງກ່າວຂອງການທ່ອງທ່ຽວຈະໄດ້ຮັບການສົ່ງເສີມໃຫ້ນັບມື້ຫລາກຫລາຍ ແລະ ອຸດົມສົມບູນຫລາຍຂຶ້ນ.