ຜູ້ນຳ ສ.ເກົາຫລີ ເຜີຍຈະເດີນໜ້າແຜນ ທະຍອຍຍົກເລີກໃຊ້ໂຮງໄຟຟ້ານິວເຄຼຍ

ປະທານາທິບໍດີ ມຸນແຈອິນ ຂອງ ສ.ເກົາຫລີ ເປີດເຜີຍວ່າ: ລັດຖະບານຈະເດີນໜ້າແຜນການທະຍອຍຍົກເລີກໃຊ້ໂຮງໄຟຟ້ານິວເຄຼຍ ແລະ ຂໍໃຫ້ຜູ້ສະໜັບສະໜູນເຄົາລົບຜົນສຳຫລວດທີ່ວ່າ: ປະຊາຊົນກວ່າເຄິ່ງສະໜັບສະໜູນໃຫ້ເດີນໜ້າການກໍ່ສ້າງເຕົາປະຕິກອນນິວເຄຼຍ 2 ເຄື່ອງທີ່ຖືກຢຸດໄປ.
ທຳນຽບປະທານາທິບໍດີແຈກຢາຍຄຳຖະແຫລງຂອງປະທານາທິບໍດີໃນວັນທີ 22 ຕຸລານີ້ວ່າ: ລັດຖະບານຈະຢຸດການກໍ່ສ້າງເຕົາປະຕິກອນໃໝ່ທັງໝົດຕາມທີ່ເຄີຍຮັບປາກໄວ້ ແລະ ຈະເພີ່ມການໃຊ້ແກັສທຳມະຊາດ ລວມທັງພະລັງງານທົດແທນເພື່ອຊົດເຊີຍການທະຍອຍຍົກເລີກໂຮງໄຟຟ້ານິວເຄຼຍ. ເຖິງຢ່າງໃດກໍດີ, ຂໍໃຫ້ຜູ້ສະໜັບສະໜູນເຄົາລົບຜົນການສຳຫລວດທີ່ພົບວ່າ: ຜູ້ຕອບເກືອບ 60% ຢາກໃຫ້ເດີນໜ້າການກໍ່ສ້າງເຕົາປະຕິກອນນິວເຄຼຍ 2 ເຄື່ອງທີ່ຖືກຢຸດໄປ. ທ່ານເບິ່ງວ່າເປັນຄວາມເຫັນທີ່ສະຫລາດ ເພາະການກໍ່ສ້າງເຕົາທັງສອງເຄື່ອງໃຫ້ສຳເລັດຕາມກຳນົດເດືອນຕຸລາ 2021 ແລະ ເດືອນຕຸລາ 2022 ຈະຊ່ວຍບັນເທົາການໃຊ້ແກັສທຳມະຊາດທີ່ປັດຈຸບັນຢູ່ ສ.ເກົາຫລີ ໃຊ້ຫລາຍເປັນອັນດັບສອງຂອງໂລກ.
ປະທານາທິບໍດີ ມຸນແຈອິນ ລະບຸວ່າ: ພາຍຫລັງເຕົາປະຕິກອນນິວເຄຼຍທັງສອງເຄື່ອງກໍ່ສ້າງສຳເລັດ ທາງການຈະເພີ່ມຄວາມເຂັ້ມງວດເລື່ອງມາດຕະຖານຄວາມປອດໄພຂອງໂຮງໄຟຟ້ານິວເຄຼຍ ແລະ ຍັງຢືນຢັນຕາມແຜນການປິດເຕົາປະຕິກອນນິວເຄຼຍວໍຊອງ 1 ທີ່ມີອາຍຸເກົ່າແກ່ເປັນອັນດັບສອງຂອງປະເທດທັນທີທີ່ລັດຖະບານໝັ້ນໃຈວ່າປະລິມານກະແສໄຟຟ້າທີ່ຜະລິດໄດ້ພຽງພໍຕໍ່ການໃຊ້. ເຕົາປະຕິກອນນິວເຄຼຍວໍຊອງ 1 ມີກຳລັງຜະລິດ 697 ເມກາວັດ ຖືກປິດເຄື່ອງໄປເມື່ອຄົບອາຍຸການໃຊ້ 30 ປີໃນປີ 2012, ແຕ່ສຳນັກງານຄວບຄຸມເບິ່ງແຍງອະນຸມັດໃນປີກ່ອນໃຫ້ເດີນເຄື່ອງໄປຈົນເຖິງປີ 2022. ປັດຈຸບັນ ສ.ເກົາຫລີ ມີເຕົາປະຕິກອນນິວເຄຼຍທັງໝົດ 24 ເຄື່ອງ, ຜະລິດໄຟຟ້າໄດ້ 1 ໃນ 3 ຂອງຈຳນວນທັງໝົດ.