ປີ 2024 ລັດຖະບານ ມີແຜນປູກຕົ້ນໄມ້ 3.500 ເຮັກຕາ ໃນວັນປູກຕົ້ນໄມ້ແຫ່ງຊາດ
May 28, 2024 - 9:12 AM

ວັນທີ 27 ພຶດສະພາ 2024, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫລງຂ່າວ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2024 ວ່າ: ລັດຖະບານ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ມີແຜນປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ ປີນີ້ ໃຫ້ໄດ້ 3.500 ເຮັກຕາ ໃນຂອບເຂດທົ່ວປະເທດ ແລະ ກະກຽມເບ້ຍໄມ້ ຈໍານວນ 3.500.000 ສະເພາະກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ຈັດພິທີປູກຢູ່ ບ້ານໂພສີ (ກຸ່ມໂພນທອງ) ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ໃນເນື້ອທີ່ ປະມານ 5 ເຮັກຕາ.
ປ່າໄມ້ມີຄວາມສໍາຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໂດຍທາງກົງ ແລະ ທາງອ້ອມ, ໃນການປົກປັກຮັກສາດິນ, ແຫລ່ງນໍ້າ ແລະ ຊີວະນາໆພັນໃຫ້ມີຄວາມອຸດົມສົມບູນ, ປ້ອງກັນການປ່ຽນແປງດິນຟ້າອາກາດ ຊຶ່ງບົດບາດນີ້ມະນຸດເຮົາບໍ່ສາມາດຈະເຮັດແທນໄດ້. ພ້ອມນີ້ ປ່າໄມ້ຍັງປະກອບສ່ວນຢ່າງຫລວງຫລາຍ ຕໍ່ການພັດທະນາກະສິກຳ ແລະ ປ່າໄມ້ ຕິດພັນກັບອຸດສາຫະກຳ ແລະ ການບໍລິການ, ໂດຍຖືເອົາການປົກປັກຮັກສາ ແລະ ພັດທະນາປ່າໄມ້ເປັນໜ້າທີ່ຂອງທົ່ວປວງຊົນ. ການພັດທະນາພື້ນຖານໂຄງລ່າງເຊັ່ນ: ເຂື່ອນໄຟຟ້ານ້ຳຕົກ, ອ່າງເກັບນ້ຳເພື່ອການຜະລິດກະສິກຳ, ການຜະລິດເປັນສິນຄ້າ, ການຄົມມະນາຄົມ, ການຂຸດຄົ້ນຊັບພະຍາກອນປ່າໄມ້ ແລະ ເຄື່ອງປ່າຂອງດົງແບບຍືນຍົງ ຊຶ່ງໄດ້ປະກອບສ່ວນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຕິດພັນກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກເປັນກ້າວໆ, ດັ່ງທີ່ທ່ານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ເຄີຍກ່າວໄວ້ວ່າ: “ປ່າໄມ້ຄືຄໍາຂຽວຂອງຊາດ”.
ທັງນີ້, ເພື່ອເປັນການສ້າງຂະບວນການປູກຈິດສຳນຶກໃຫ້ທົ່ວສັງຄົມໃນການສົ່ງເສີມປູກໄມ້ ແລະ ຟື້ນຟູປ່າ ແບບທໍາມະຊາດ ໃຫ້ກວ້າງຂວາງ ແລະ ບັນລຸຕາມແຜນການທີ່ວາງໄວ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ສະບັບເລກທີ 2523/ກປ, ລົງວັນທີ 8 ພຶດສະພາ 2024 ເພື່ອເປັນການສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2024. ນອກນີ້, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ສົມທົບກັບຄະນະພັກ, ຄະນະນຳ ກໍຄືອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນໃຫ້ເປັນຂະບວນຟົດຟື້ນ, ໂດຍມີແຜນການເກັບແກ່ນ 20ໂຕນ, ກ້າເບ້ຍໄມ້ 34 ລ້ານກວ່າເບ້ຍ ແລະ ປູກໄມ້ 42.000 ເຮັກຕາ.