ໄຟໄໝ້ຈາກໄຟຟ້າລັດວົງຈອນໃຜເປັນຜູ້ຮັບຜິດຊອບ

ບັນຫາອັກຄີໄພ, ແມ່ນປາກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນເປັນປະຈໍາຢູ່ປະເທດເຮົາ ແລະ ສ່ວນໃຫຍ່ກໍມີສາເຫດມາຈາກໄຟຟ້າລັດວົງຈອນ ແລະ ໃນກໍລະນີນີ້ແມ່ນໃຜຈະເປັນຜູ້ຮັບຜິດຊອບ?.
ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຄໍາມະນີ ອິນທິລາດ ໃຫ້ຮູ້ວ່າ: ຕໍ່ບັນຫານີ້, ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ມີຂໍ້ກຳນົດວ່າດ້ວຍຂອບເຂດຄວາມຮັບຜິດຊອບລະຫວ່າງ ຟຟລ ກັບຜູ້ຊົມໃຊ້ໄຟຟ້າຄື: ໃນກໍລະນີໄຟຟ້າລັດວົງຈອນແລ້ວເກີດໄຟໄໝ້ສາຍໄຟຟ້າຕໍ່ຈາກໝໍ້ນັບໄຟເຂົ້າຫາເຮືອນຜູ້ຊົມໃຊ້ ຫລື ເກີດໃນບໍລິເວນເຮືອນຜູ້ຊົມໃຊ້ ແມ່ນຜູ້ຊົມໃຊ້ເປັນຜູ້ຮັບຜິດຊອບຄວາມເສຍຫາຍທີ່ເກີດຂຶ້ນທັງໝົດ ແລະ ໃນກໍລະນີເສົາໄຟຫັກຍ້ອນການກະທຳຂອງບຸກຄົນໃດໜຶ່ງແລ້ວເຮັດໃຫ້ເກີດໄຟໄໝ້ສ້າງຄວາມເສຍຫາຍໃຫ້ແກ່ຄົນອື່ນແມ່ນຜູ້ກະທຳຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍ. ສ່ວນຂອບເຂດຄວາມຮັບຜິດຊອບຂອງລັດວິສາຫະກິດໄຟຟ້າລາວ ແມ່ນໃນກໍລະນີເກີດການລັດວົງຈອນ ແລະ ມີໄຟໄໝ້ຍ້ອນເກີດຈາກຄວາມບົກຜ່ອງທາງດ້ານເຕັກນິກເຊັ່ນ: ໃນກໍລະນີສະພາບອາກາດປົກກະຕິດີແຕ່ເກີດສາຍໄຟຂາດ, ໝໍ້ແປງແຕກ, ນ້ຳມັນຟົ້ງກະຈາຍເຮັດໃຫ້ເກີດໄຟໄໝ້ຊັບສິນຂອງປະຊາຊົນ, ການບຳລຸງຮັກສາ, ສ້ອມແປງລະບົບໄຟຟ້າທີ່ມີຄວາມຜິດພາດທາງດ້ານເຕັກນິກເຊັ່ນ: ຕໍ່ສາຍໄຟຟ້າບໍ່ຖືກຕ້ອງໂດຍພະນັກງານໄຟຟ້າເອງ. ສ່ວນໃນກໍລະນີເກີດໄຟຟ້າລັດວົງຈອນ ເນື່ອງຈາກໄພທຳມະຊາດເຊັ່ນ: ຟ້າຜ່າ, ນ້ຳຖ້ວມ, ລົມພັດແຮງ ເຮັດໃຫ້ເສົາໄຟຫັກ, ເກີດແຜ່ນດິນໄຫວ ໄດ້ເຮັດໃຫ້ເກີດມີຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນແມ່ນຖືວ່າເປັນເຫດການສຸດວິໄສ ແລະ ໄຟຟ້າລາວ ຈະບໍ່ຮັບຜິດຊອບຕໍ່ຜົນເສຍຫາຍຕ່າງໆ, ນອກຈາກລະບົບຕາຂ່າຍຂອງໄຟຟ້າລາວເອງ.
ແນວໃດກໍຕາມ, ເພື່ອເປັນການປ້ອງກັນ ແລະ ຫລຸດຜ່ອນຄວາມເສຍຫາຍທີ່ອາດເກີດຂຶ້ນຈາກໄຟຟ້າລັດວົງຈອນ, ຟຟລ ໄດ້ອອກແຈ້ງຂ່າວປະຊາສຳພັນເຖິງຜູ້ຊົມໃຊ້ເປັນແຕ່ລະໄລຍະ, ໂດຍແນະນຳວິທີຊົມໃຊ້ໄຟຟ້າຢ່າງຖືກຕ້ອງ ເພື່ອຫລີກເວັ້ນຄວາມເສຍຫາຍທີ່ອາດເກີດຂຶ້ນຈາກຄວາມປະໝາດ ແລະ ຄວາມບໍ່ເຂົ້າໃຈຂອງຜູ້ຊົມໃຊ້ເອງ ໂດຍຜ່ານຫລາຍຊ່ອງທາງເຊັ່ນ: ວິທະຍຸ, ໂທລະພາບ, ໜັງສືພິມ ແລະ ການໂຄສະນາໃນງານບຸນຕ່າງໆ, ພ້ອມທັງລົງໄປແນະນຳກວດກາຕາມບ້ານເຮືອນປະຊາຊົນ ໂດຍມີໜ່ວຍງານຈາກສາຂາໄຟຟ້າລາວຮ່ວມກັບພາກສ່ວນກ່ຽວຂ້ອງ ເພື່ອລົງເຕືອນ ແລະ ປັບປຸງຈຸດທີ່ມີຄວາມສ່ຽງ ແລະ ອຸປະກອນໄຟຟ້າເກົ່າແກ່, ເປ່ເພ ຫລື ຕິດຕັ້ງບໍ່ຖືກຕາມມາດຕະຖານເຕັກນິກຂອງ ຟຟລ ເພື່ອຮັບປະກັນບໍ່ໃຫ້ເກີດອັກຄີໄພ ຫລື ໄຟຟ້າລັດວົງຈອນໄດ້ງ່າຍ.