Facebook ທົດສອບແຍກ News Feed ແບ່ງໂພສຈາກໝູ່ເພື່ອນ ແລະ ໂພສຈາກ Pages ອອກຈາກກັນ

-                                      - Facebook ທົດສອບແຍກ News Feed ແບ່ງໂພສຈາກໝູ່ເພື່ອນ ແລະ ໂພສຈາກ Pages ອອກຈາກກັນ
- kitchen vibe - Facebook ທົດສອບແຍກ News Feed ແບ່ງໂພສຈາກໝູ່ເພື່ອນ ແລະ ໂພສຈາກ Pages ອອກຈາກກັນ

Facebook  ກໍາລັງທົດສອບ News Feed ແບ່ງໃໝ່ ໂດຍຈະມີການແຍກອອກເປັນສອງສ່ວນ, ສ່ວນທໍາອິດຈະສະແດງເນື້ອໃນທີ່ດຶງມາຈາກໂພສຂອງໝູ່ເພື່ອນ ແລະ ອີກສ່ວນໜຶ່ງຈະເປັນໂພສຈາກ Pages ທີ່ເຮົາກົດ Like ໂດຍໃນຕອນນີ້ກໍາລັງທົດສອບໃນ 6 ປະເທດ ປະກອບມີ: ປະເທດໂບລີວີ, ກົວເຕມາລາ, ກໍາປູ​ເຈຍ, ສະໂລວາກີ, ​ແຊັກ​ບີ ແລະ ສີລັງກາ.

ສໍາລັບຜົນຂອງການທົດສອບ ສື່ຂອງສະໂລວາກີໄດ້ອອກມາໃຫ້ຂໍ້ມູນວ່າ: ຫຼັງຈາກທີ່ Facebook ແຍກ News Feed ສົ່ງຜົນໃຫ້ທາງຄ່າ Organic reach ຂອງ Pages ຕົກລົງຫຼາຍ ​ເຊິ່ງຫາກທາງ Facebook ຕັດສິນໃຈແຍກແທັບ News Feed ຈິງ ໃນອະນາຄົດອາດຈະເຮັດໃຫ້ສື່ທີ່ເພິ່ງພາ Pages ເປັນຫຼັກໄດ້ຮັບຜົນກະທົບຫຼາຍ.

ແນວໃດກໍຕາມ ທາງ Facebook ໄດ້ອອກມາເປີດເຜີຍວ່າ: ເປົ້າໝາຍຂອງການທົດສອບໃນຄັ້ງນີ້ ມີຂຶ້ນເພື່ອດູດຄວາມເພິ່ງພໍໃຈຂອງຜູ້ໃຊ້ວ່າຈະຮູ້ສຶກແນວໃດ ຫາກເຮົາແຍກເນື້ອໃນສ່ວນຕົວກັບເນື້ອໃນສາທາລະນະອອກຈາກກັນ ໃນນະຂະນີ້ເຮົາຍັງບໍ່ມີແຜນການທີ່ຈະແຍກ News Feed ຢ່າງເປັນທາງການ.

- 4 - Facebook ທົດສອບແຍກ News Feed ແບ່ງໂພສຈາກໝູ່ເພື່ອນ ແລະ ໂພສຈາກ Pages ອອກຈາກກັນ
- 5 - Facebook ທົດສອບແຍກ News Feed ແບ່ງໂພສຈາກໝູ່ເພື່ອນ ແລະ ໂພສຈາກ Pages ອອກຈາກກັນ
- 3 - Facebook ທົດສອບແຍກ News Feed ແບ່ງໂພສຈາກໝູ່ເພື່ອນ ແລະ ໂພສຈາກ Pages ອອກຈາກກັນ