ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ

ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ - 5321 - ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ
ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ - kitchen vibe - ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ

ວັນທີ 22 ກໍລະກົດ 2024 ນີ້, ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຕາງໜ້າລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຖະແຫລງຂ່າວວ່າ:

ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຖິງແກ່ມໍລະນະກໍາ ໃນເວລາ 13:38 ໂມງ ຂອງວັນທີ 19 ກໍລະກົດ 2024 ທີ່ໂຮງໝໍສູນກາງກອງທັບ 108 ຮ່າໂນ້ຍ ສສ ຫວຽດນາມ, ລວມອາຍຸ 80 ປີ ເຊິ່ງ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ເຫັນດີໃຫ້ໄວ້ອາໄລລະດັບຊາດ ຢູ່ ສປປ ລາວ, ນັບທັງສະຖານເອກອັກຄະລັດຖະທູດ, ສໍານັກງານຜູ້ຕາງໜ້າ ສປປ ລາວ ທີ່ຕ່າງປະເທດ ແຕ່ວັນທີ 25-26 ກໍລະກົດ 2024, ໃຫ້ເອົາທຸງຊາດ ລົງເຄິ່ງເສົາ ແລະ ງົດກິດຈະກໍາມ່ວນຊື່ນ ທີ່ເປັນລັກສະນະມວນຊົນ ທຸກຮູບແບບ ເປັນເວລາ ສອງວັນ.

ອີງຕາມທິດຊີ້ນຳຂອງຂັ້ນເທິງ ໃນການຈັດຕັ້ງປະຕິບັດການໄວ້ອາໄລລະດັບຊາດ ແລະ ຮ່ວມພິທີຊາປະນາກິດ ຂອງສະຫາຍ ຫງວຽນ ຟູ ຈ໊ອງ ມອບໃຫ້ກະຊວງການຕ່າງປະເທດ ສົມທົບກັບ ຫ້ອງວ່າການສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງ ເພື່ອກະກຽມໃຫ້ຄະນະຜູ້ແທນຂັ້ນສູງ ພັກ-ລັດ ນໍາໂດຍສະຫາຍເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ, ປະທານປະເທດ ເຂົ້າຮ່ວມພິທີໄວ້ອາໄລ ແລະ ເຂົ້າຮ່ວມພິທີ ຊາປະນາກິດ ທີ່ ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ; ສົມທົບກັບສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ເພື່ອກະກຽມໃຫ້ແກ່ບັນດາຄະນະເຂົ້າຮ່ວມໄວ້ອາໄລ, ຂຽນປຶ້ມໄວ້ອາໄລ ແລະ ວາງພວງມາລາ ຢູ່ ສະຖານເອກອັກຄະລັດຖະທູດຫວຽດນາມ ທີ່ ນະຄອນຫລວງວຽງຈັນ ເຊິ່ງປະກອບມີ: ຄະນະບໍລິຫານສູນກາງພັກ ນໍາພາໂດຍ ສະຫາຍຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ລັດຖະບານ ນໍາພາໂດຍ ສະຫາຍ ນາຍົກລັດຖະມົນຕີ, ສະພາແຫ່ງຊາດ ນໍາພາໂດຍ ສະຫາຍຮອງປະທານສະພາແຫ່ງຊາດ ແລະ ບັນດາອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນ ນໍາພາໂດຍສະຫາຍເລຂາຄະນະພັກ ຂອງແຕ່ລະກະຊວງ, ອົງການ.
ພ້ອມທັງ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ແຈ້ງໃຫ້ສະຖານເອກອັກຄະລັດຖະທູດ, ສໍານັກງານຜູ້ຕາງໜ້າ ສປປ ລາວ ທີ່ຕ່າງປະເທດໄປຮ່ວມພິທີ ໄວ້ອາໄລ, ຂຽນປຶ້ມໄວ້ອາໄລ ທີ່ສໍານັກງານຕາງໜ້າ ຂອງ ສສ ຫວຽດນາມ ຈັດຂຶ້ນ. ພ້ອມນັ້ນ, ໃນໄລຍະດໍາເນີນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມປີ່ນອ້ອມ ທີ່ ລາວ ເປັນເຈົ້າພາບ ແຕ່ວັນທີ 21-27 ກໍລະກົດ 2024 ໃຫ້ມີຄວາມເໝາະສົມທີ່ສຸດ ແລະ ແຈ້ງໃຫ້ເພື່ອນມິດຮັບຊາບຄວາມບໍ່ສະດວກ ໂດຍສະເພາະງານລ້ຽງ, ງານມ່ວນຊື່ນຕ່າງໆ.

ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ - Visit Laos Visit SALANA BOUTIQUE HOTEL - ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ
ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ - Visit Laos Visit SALANA BOUTIQUE HOTEL - ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ

ໃຫ້ບັນດາກະຊວງ, ອົງການ, ຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ, ສະມາຄົມມິດຕະພາບ ລາວ-ຫວຽດນາມ ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈ ເຖິງຄູ່ຮ່ວມຕໍາແໜ່ງຝ່າຍຫວຽດນາມ ແລະ ຈັດຕັ້ງຄະນະ ໄປຮ່ວມພິທີໄວ້ອາໄລ, ຂຽນປຶ້ມໄວ້ອາໄລ ທີ່ສະຖານເອກອັກຄະລັດຖະທູດ ແລະ ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ຢູ່ບັນດາທ້ອງຖິ່ນຈັດຂຶ້ນ. ສ່ວນບັນດາແຂວງແຮກສ່ຽວ ຂອງ ສປປ ລາວ ແມ່ນໃຫ້ການນໍາຂອງແຂວງ ສົ່ງໂທລະເລກ ເຖິງຄູ່ຮ່ວມຕໍາແໜ່ງ ຂອງຕົນ.

ໃຫ້ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່າງປະເທດ ເພື່ອກະກຽມເນື້ອໃນ ແຈ້ງຂ່າວ ແລະ ເລົ່າມູນເຊື້ອ ຂອງສະຫາຍ ຫງວຽນ ຟູ ຈ໊ອງ ທີ່ໄດ້ປະກອບສ່ວນອັນໃຫຍ່ຫລວງ, ລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຜ່ານທາງສື່ວິທະຍຸ, ໂທລະພາບ ແລະ ສື່ອອນລາຍທາງການຕ່າງໆ; ສົມທົບກັບ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເປັນໃຈກາງກະກຽມເນື້ອໃນສໍາພາດ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແລະ ບັນດາສະຫາຍອະດີດເລຂາທິການໃຫຍ່, ປະທານປະເທດ.

 ສະຫາຍ ຫງວຽນ ຟູ ຈ໊ອງ ໄດ້ປະກອບສ່ວນອັນໃຫຍ່ຫລວງ, ລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ມາໂດຍຕະຫລອດ. ການຈາກໄປຂອງ ສະຫາຍ ຫງວຽນຝູ໋ຈ້ອງ ເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດ ສະໜິດສະໝົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າພວກເຮົາ.

ຂ່າວ: ປະເທດລາວ

ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ - 3 - ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ
ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ - 4 - ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ
ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ - 5 - ຖະແຫລງຂ່າວ ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຟູ ຈ໊ອງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ