ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ - 54653 - ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ
ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ - kitchen vibe - ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ວັນທີ 7 ສິງຫາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈົາວັນມິງ, ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາເຮັດວຽກຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານຂອງລາວ ແຕ່ວັນທີ 5-9 ສິງຫານີ້.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ເຈົາວັນມິງ ພ້ອມດ້ວຍຄະນະຕໍ່ການມາຢ້ຽມຢາມເຮັດວຽກຄັ້ງນີ້, ພ້ອມທັງຕີລາຄາວ່າ: ໃນໄລຍະຜ່ານມາ ເຫັນໄດ້ວ່າສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີຜົນສຳເລັດອັນໃຫຍ່ຫລວງ, ກາຍເປັນອົງການຈັດຕັ້ງທີ່ນຳໜ້າໃນການສ້າງນັກຄົ້ນຄວ້າ, ນັກວິທະຍາສາດ, ໄດ້ຮັບຜົນສຳເລັດໃໝ່ ໃນການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສືບຕໍ່ປະກອບສ່ວນນັບມື້ນັບຫລາຍຂຶ້ນ ປະກອບສ່ວນເຂົ້າໃນຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຂອງ ສສ ຫວຽດນາມ. 

ສະນັ້ນ, ການສ້າງສູນລະດັບຊາດ ເພື່ອເກັບຮັກສາຂໍ້ມູນ, ບໍລິຫານຂໍ້ມູນ ແລະ ເຜີຍແຜ່ຂໍ້ມູນ, ສູນແຈ້ງເຕືອນເຫດສຸກເສີນ ແລະ ໄພພິບັດຕ່າງໆ ຂອງ ສປປ ລາວ ໂດຍການດັດສົມນຳໃຊ້ເຕັກໂນໂລຊີ ໃໝ່ໆໃຫ້ເໝາະສົມ ເປັນຕົ້ນ ການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ຖານຂໍ້ມູນຂະໜາດໃຫຍ່ (Big Data), ເຕັກໂນໂລຊີອັດສະລິຍະ ແລະ ອື່ນໆ ຈຶ່ງມີຄວາມສຳຄັນທີ່ສຸດ. ຄຽງຄູ່ກັນນັ້ນ, ການພັດທະນາຊັບພະຍາກອນມະນຸດ ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ກໍມີຄວາມສຳຄັນ ໂດຍສະເພາະບຸກຄະລາກອນ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ສຳລັບພະນັກງານລັດ ທັງສູນກາງ ແລະ ທ້ອງຖິ່ນ. 

ໂອກາດນີ້, ທ່ານ ເຈົາ ວັນ ມິງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສອນໄຊ ສີພັນດອນ ທີ່ໄດ້ຕອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ. ພ້ອມທັງສະແດງຄວາມຢືນຢັນຈະເສີມຂະຫຍາຍສາຍພົວພັນ ຮ່ວມມືລະຫວ່າງສອງປະເທດ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ
ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ - 5 - ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!