ຄູຝຶກ ເອັສຣາ ເອັຟຊີ ຫວັງເກັບຄະແນນຈາກສະໝຸດສົງຄາມໃນວັນນີ້

ສະໂມສອນເອັສຣາ ເອັຟ ຊີ ຕົວແທນໃຫ້ກັບສະໂມ ສອນລາວເຂົ້າຮ່ວມການແຂ່ງຂັນ CP-Meiji Cup U-14 International Champions 2017 ທີ່ແຂວງບູລີລໍາ ປະເທດໄທຈັດຂຶ້ນລະຫວ່າງ ວັນທີ 8-11 ພະຈິກນີ້, ຂະນະ ທີ່ຄູຝຶກຫວັງເກັບຄະແນນຈາກສະໂມສອນສະໝຸດສົງຄາມ ເອັຟຊີ ຂອງການລົງສະໜາມ ຄັ້ງທໍາອິດ ໃນວັນທີ 8 ພະຈິກ ນີ້.
ທ່ານ ສຸກອາພອນ ວົງ ຈຽງຄໍາ ຄູຝຶກສະໂມສອນ ເອັສຣາ ເອັຟຊີ ໃຫ້ສໍາພາດວ່າ: ພາຍຫລັງທີ່ສະໂມສອນຂອງພວກເຮົາໄດ້ເປັນຕົວແທນໃຫ້ສະໂມສອນລາວເຂົ້າຮ່ວມ ການແຂ່ງຂັນ CP-Meiji Cup U-14 International Champions 2017 ທີ່ຈັດ ຂຶ້ນໃນເດືອນພະຈິກນີ້ທີ່ແຂວງບູລີລໍາ ປະເທດໄທແລ້ວ ພວກ ເຮົາກໍໄດ້ຝຶກຊ້ອມເປັນປະຈໍາ ທຸກໆມື້ ແລະ ໄດ້ອອກເດີນ ທາງເພື່ອຝຶກຊ້ອມຢູ່ປະເທດ ໄທໃນລະຫວ່າງທ້າຍເດືອນຕຸລາຜ່ານມານີ້ ພ້ອມທັງລົງຝຶກ ຊ້ອມກັບຫລາຍສະໂມສອນ ເປັນຕົ້ນສະໂມສອນເມືອງ ທອງ ຢູໄນເຕັດ, ສະໂມສອນ ສະລະບູລີ ເອັຟຊີ ແລະ ສະໂມ ສອນຂອນແກ່ນ ເອັຟຊີ ດັ່ງນີ້ ເປັນຕົ້ນ ຜ່ານການລົງສະ ໜາມຝຶກຊ້ອມແຕ່ລະຄັ້ງເຫັນ ວ່າ ສະໂມສອນຂອງຕົນເອງ ຈະຕ້ອງໄດ້ປັບປຸງຫລາຍພໍສົມຄວນ ແນວໃດກໍຕາມ ພວກ ເຮົາກໍຈະນໍາເອົາຈຸດອ່ອນດັ່ງ ກ່າວກັບໄປແກ້ໄຂໃຫ້ດີຂຶ້ນ ສໍາ ລັບເກມທີ່ກັບສະໂມສອນສະໜຸດສົງຄາມເອັຟຊີ ຄັ້ງນີ້ພວກ ເຮົາຈະສູ້ເຕັມທີ່ເພື່ອສະສົມຄະແນນໃຫ້ຜ່ານເຂົ້າຮອບ 4 ທີມໃຫ້ໄດ້.
ສ່ວນຕາຕະລາງການ ແຂ່ງຂັນວັນທີ 9 ພະຈິກ ເວລາ 09:00 ໂມງ ພົບກັບສະໂມ ສອນ JUBILO IWATA ຈາກ ຍີ່ປຸ່ນ ແລະ ເວລາ 16: 30 ໂມງ ພົບກັບສະໂມສອນ ສະໂມສອນ ບູຣີຣຳ ຢູໄນເຕັດ.
ການແຂ່ງຂັນຄັ້ງນີ້ມີ 8 ສະໂມສອນເຂົ້າຮ່ວມເຊິ່ງປະ ກອບມີສະໂມສອນເອັສຣາ ເອັຟຊີ, ບູລີລໍາ ຢູໄນເຕັດ (ໄທ), JUBILO IWATA (ຢີ່ປຸ່ນ), ສະໝຸດປາການ (ໄທ), ສະໂມສອນ ແບັງ ຄັອກ ຢູໄນເຕັດ (ໄທ), ພະນົມ ເປັນຄາວ (ກໍາປູເຈຍ), ຊົນບູ ລີ (ໄທ) ແລະ ສະໂມສອນມາ ເລເຊຍ.