6  ຜັກ ແລະ ໝາກໄມ້ສີແດງມີສານຕ້ານອະນຸມູນອິດສະລະຫລາຍ

- 051011 2017 - 6  ຜັກ ແລະ ໝາກໄມ້ສີແດງມີສານຕ້ານອະນຸມູນອິດສະລະຫລາຍ
- kitchen vibe - 6  ຜັກ ແລະ ໝາກໄມ້ສີແດງມີສານຕ້ານອະນຸມູນອິດສະລະຫລາຍ

ຜັກ ແລະ ໝາກໄມ້ສີແດງມີສານຕ້ານອະນຸມູນອິດສະລະເດັ່ນຫລາຍ 2 ຊະນິດ ຄື : ໄລໂຄປີນ ແລະ ແອນໂທໄຊຍານິນ ເຊິ່ງໄລ ໂຄປີນເດັ່ນໃນເລື່ອງການປ້ອງກັນພະຍາດມະເຮັງຫລາຍຊະນິດ ໂດຍສະເພາະມະເຮັງຕ່ອມລູກໝາກໃນຜູ້ຊາຍ ແລະ ຍັງມີການສຶກສາມາຫລາຍເທື່ອວ່າໄລໂຄປີນຊ່ວຍໃຫ້ຜິວໜັງທົນຕໍ່ແສງຢູວີໄດ້ດີຂຶ້ນ ຫລື ເອີ້ນງ່າຍໆວ່າເປັນສານກັນແດດຈາກພາຍໃນນຳອີກ. ສ່ວນແອນ ໂທໄຊຍານິນ ມີການສຶກສາຫລາຍໃນຄຸນສົມບັດເລື່ອງການຫລຸດຄໍເລສເຕີໂຣນບໍ່ດີໃນເລືອດ ແລະ ຊ່ວຍປ້ອງກັນພະຍາດຈໍປະສາດຕາເສື່ອມທີ່ກ່ຽວຂ້ອງກັບອະນຸມູນອິດສະລະໂດຍກົງ.

  1. ໝາກເລັ່ນ : ເປັນພະລັງໄລໂຄປີນ ຈະເອົາໄປແຊ່ເຢັນແລ້ວກິນຫລິ້ນກໍແຊບ ຫລື ເອົາໄປປັ່ນເຮັດນຳ້ປັ່ນດື່ມກໍຊ່ວຍໃຫ້ສົດຊື່ນ ແລະ ເອົາໄປຂົ້ວໃສ່ນຳ້ມັນໝາກກອກໜ້ອຍໜຶ່ງກິນຈະຊ່ວຍເພີ່ມການດູດຊຶມໃຫ້ດີຂຶ້ນ.
  2. ໝາກໂມ : ມີວິຕາມິນເຊຫລາຍຄືກັນ ແລະ ຍັງມີໄລໂຄປີນຫລາຍນຳອີກ. ໝາກໂມມີນຳ້ເປັນສ່ວນປະກອບຫລາຍ ເປັນຄາໂບໄຮເດຣດ ແລະ ຖືກປ່ຽນເປັນນຳ້ຕານໃນເລືອດ ເຊິ່ງກິນຫລາຍປານໃດກໍບໍ່ຕຸ້ຍງ່າຍ.
  3. ໝາກສະຕໍເບີຣີ : ເປັນແຫ່ລງຂອງວິຕາມິນເຊ ແລະ ໂຟລິກ ຈຶ່ງມີສານຕ້ານອະນຸມູນອິດສະລະຫລາຍ ກິນແລ້ວຜິວໜັງ, ດວງຕາ, ຫົວໃຈ, ຕ່ອມລູກໝາກໄດ້ຟື້ນຟູປະສິດທິພາບການເຮັດວຽກໃຫ້ແຂງແຮງໄປພ້ອມໆກັນ ແລະ ສິ່ງສຳຄັນຖືເປັນໝາກໄມ້ທີ່ມີນຳ້ຕານບໍ່ຫລາຍ ຈຶ່ງກິນໄດ້ໂດຍບໍ່ເຮັດໃຫ້ຕຸ້ຍ.
  4. ໝາກເຊີຣີ : ມີສັບພະຄຸນຕ້ານການອັກເສບໄດ້ດີ (ການອັກເສບທີ່ເຊື່ອງຢູ່ໃນລະດັບແຊນ ເປັນອີກໜຶ່ງປັດໄຈທີ່ເຮັດໃຫ້ຜິວໜັງເຖົ້າໄວ) ແລະ ຍັງມີໂປຕັສຊຽມຫລາຍ ໃຫ້ຜົນດີໃນຜູ້ທີ່ເປັນຄວາມດັນເລືອດສູງ, ແຕ່ບໍ່ເໝາະສົມກັບຄົນເປັນພະຍາດໝາກໄຂ່ຫລັງ.
    - 041011 2017 300x157 - 6  ຜັກ ແລະ ໝາກໄມ້ສີແດງມີສານຕ້ານອະນຸມູນອິດສະລະຫລາຍ
  5. ໝາກເຜັດຢວກແດງ : ເປັນແຫ່ລງຂອງວິຕາມິນອາ ແລະ ວິຕາມິນເຊໃນລະດັບເຂັ້ມຂຸ້ນ. ນອກຈາກຈະເອົາມາກິນເປັນຜັກປະສົມສະຫລັດແລ້ວ ຍັງເອົາມາກິນກັບແຈ່ວ ຫລື ຂົ້ວໃສ່ຊີ້ນສັດຕ່າງໆໄດ້.
  6. ໝາກຣາສເບີຣີ : ມີຄຸນສົມບັດກະຕຸ້ນການເຮັດວຽກຂອງເອັນໄຊທີ່ຊ່ວຍກຳຈັດໄຂມັນ ຈຶ່ງເໝາະສົມກັບການເອົາມາກິນທົດແທນເຂົ້າໜົມໃນໄລຍະຫລຸດນຳ້ໜັກ.

ການກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍເປັນທາງເລືອກຫລັກທີ່ເຮົາຄວນໃຫ້ຄວາມສຳຄັນສະເໝີ, ແຕ່ສຳລັບຄົນຮັກສຸຂະພາບທີ່ບໍ່ໝັ້ນໃຈວ່າຈະໄດ້ຮັບສານຕ້ານອະນຸມູນອິດສະລະຢ່າງພຽງພໍຈາກອາຫານທີ່ໄດ້ກິນໃນແຕ່ລະມື້ ອາດລອງປຶກສາແພດຜູ້ຊ່ຽວຊານໃນການກິນວິຕາມິນ ຫລື ອາຫານເສີມເພື່ອເປັນທາງເລືອກຕື່ມໄດ້.

- Visit Laos Visit SALANA BOUTIQUE HOTEL - 6  ຜັກ ແລະ ໝາກໄມ້ສີແດງມີສານຕ້ານອະນຸມູນອິດສະລະຫລາຍ
- 4 - 6  ຜັກ ແລະ ໝາກໄມ້ສີແດງມີສານຕ້ານອະນຸມູນອິດສະລະຫລາຍ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!