ທີວີລາວແຕ່ງຕັ້ງບໍລິສັດທີ່ປຶກສາດ້ານການເງິນ ເພື່ອຈົດທະບຽນໃນຕະຫຼາດຫຼັກຊັບ

- TV Lao - ທີວີລາວແຕ່ງຕັ້ງບໍລິສັດທີ່ປຶກສາດ້ານການເງິນ ເພື່ອຈົດທະບຽນໃນຕະຫຼາດຫຼັກຊັບ
- kitchen vibe - ທີວີລາວແຕ່ງຕັ້ງບໍລິສັດທີ່ປຶກສາດ້ານການເງິນ ເພື່ອຈົດທະບຽນໃນຕະຫຼາດຫຼັກຊັບ

ໃນວັນທີ 11 ພະຈິກນີ້, ບໍລິສັດ ທີວີລາວ ຈໍາກັດຜູ້ດຽວ ແລະ ບໍລິສັດ ຫຼັກຊັບລ້ານຊ້າງມະຫາຊົນ ໄດ້ຮ່ວມລົງນາມໃນສັນຍາວ່າດ້ວຍການແຕ່ງຕັ້ງທີ່ປຶກສາທາງດ້ານການເງິນ ເພື່ອກະກຽມບໍລິສັດ ທີວີລາວ ຈໍາກັດຜູ້ດຽວ ເຂົ້າຈົດທະບຽບຢູ່ໃນຕະຫຼາດຫຼັກຊັບລາວ, ລະຫວ່າງທ່ານ ຫົງຄໍາ ສຸວັນນະວົງ ປະທານບໍລິສັດທີວີລາວ ຈໍາກັດຜູ້ດຽວ ແລະ ທ່ານ ສູນທອນ ສິນທະປະເສີດ ຜູ້ອໍານວຍການໃຫຍ່ ບໍລິສັດ ຫຼັກຊັບລ້ານຊ້າງມະຫາຊົນ, ໂດຍການເຂົ້າຮ່ວມຂອງທ່ານ ສົມພູ ດວງສະຫວັນ ປະທານກໍາມາທິການວັດທະນະທໍາ-ສັງຄົມສະພາແຫ່ງຊາດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລ ທ່ອງທ່່ຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການແຕ່ງຕັ້ງບໍລິສັດຫຼັກຊັບລ້ານຊ້າງມະຫາຊົນ ເປັນທີ່ປຶກສາທາງດ້ານການເງິນ ຍ້ອນບໍລິສັດທີວີລາວ ເຫັນວ່າມີຄວາມຈໍາເປັນໃນການພັດທະນາ ແລະ ຂະຫຍາຍທຸລະກິດ ແລະ ເຫັນວ່າມີການລະດົມທຶນຜ່ານຕະຫຼາດຫຼັກຊັບ ຊຶ່ງຈະສ້າງໂອກາດ, ສ້າງຄວາມເຂັ້ມແຂງທາງດ້ານການເງິນ ກໍຄືການນໍາເອົາບໍລິສັດໃຫ້ມີລະບົບຄຸ້ມຄອງ ແລະ ບໍລິຫານໃນລະບົບບໍລິສັດມະຫາຊົນຢ່າງສົມບູບແບບ ໂດຍເຫັນຜົນງານ ແລະ ປະສົບການຂອງບໍລິສັດຫຼັກຊັບລ້ານຊ້າງມະຫາຊົນ ເປັນທີ່ປຶກສາທາງດ້ານການເງິນ ເພື່ອກະກຽມບໍລິສັດທີວີລາວ ຈໍາກັດຜູ້ດຽວ ເຂົ້າຈົດທະບຽນຢູ່ຕະຫຼາດຫຼັກຊັບລາວ ແລະ ການເຂົ້າຕະຫຼາດຫຼັກຊັບລາວ ຈະສ້າງໃຫ້ບໍລິສັດທີວີລາວ ກໍຄືສະຖານີໂທລະພາບທີວີລາວ ສາມາດລະດົມທຶນຈາກທຸກພາກສ່ວນ ແລະ ສ້າງຄວາມເຂັ້ມແຂງທາງດ້ານການເງິນ, ສ້າງສະຖານີເປັນອັນດັບໜຶ່ງໃນລາວ ຕາມວິໄສທັດຂອງບໍລິສັດວາງໄວ້.

- Visit Laos Visit SALANA BOUTIQUE HOTEL - ທີວີລາວແຕ່ງຕັ້ງບໍລິສັດທີ່ປຶກສາດ້ານການເງິນ ເພື່ອຈົດທະບຽນໃນຕະຫຼາດຫຼັກຊັບ

+ໂທລະພາບລາວສະຕາຣ໌ ກຽມຈົດທະບຽນເຂົ້າຕະຫລາດຫລັກຊັບລາວໃນມໍ່ໆນີ້

- 3 - ທີວີລາວແຕ່ງຕັ້ງບໍລິສັດທີ່ປຶກສາດ້ານການເງິນ ເພື່ອຈົດທະບຽນໃນຕະຫຼາດຫຼັກຊັບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!