ລົດອີຊູຊຸໄດ້ຮັບຄວາມສົນໃຈຈາກມວນຊົນໃນງານວຽງຈັນມໍເຕີເອັກໂປ 2017

ງານວາງສະແດງລົດ “ວຽງຈັນອີນເຕີເນຊັນແນວ ມໍເຕີ ເອັກໂປ 2017 (Vientiane International Motor Expo 2017) ຄັ້ງທີ 2 ໄດ້ໄຂຂຶ້ນຢ່າງ ເປັນທາງການເມື່ອທ້າຍອາທິດ ຜ່ານມານີ້ທີ່ສູນການຄ້າລາວ-ໄອ ເຕັກ, ນະຄອນຫລວງວຽງຈັນ, ໂດຍມີຫລາຍບໍລິສັດທີ່ຜະລິດ ແລະ ຈໍາໜ່າຍລົດໄດ້ນໍາເອົາ ລົດທີ່ມີຫລາຍຮູບແບບສີສັນ ສວຍງາມເຂົ້າຮ່ວມວາງ ສະແດງ ໃນງານດັ່ງກ່າວ ແລະ ຫ້ອງວາງ ສະແດງລົດອີຊູຊຸກໍແມ່ນສ່ວນໜຶ່ງຂອງງານທີ່ມີມວນຊົນໃຫ້ຄວາມສົນໃຈເຂົ້າຢ້ຽມຊົມຫລາຍ, ໂດຍ ບໍລິສັດ ຕຣີເພັດອີຊູຊຸເຊວສ໌ ຈໍາກັດ ໄດ້ນໍາເອົາລົດອີຊູຊຸ 3 ລຸ້ນຄື: ລົດ ອະເນກປະສົງ “ເດິນິວ ອີຊູຊຸມິວ- ເອັກບລູພາວເວີ”, ລົດກະບະ “ອີຊູຊຸດີແມັກ ວີ-ຄອດສ໌ 4×4 ລຸ້ນພິເສດ” ແລະ ລົດກະບະ “ອີຊູ ຊຸດີແມັກ ບລູພາວເວີ ແຄັບໂຟ” ມາວາງສະແດງ ແລະ ຈໍາໜ່າຍ ພາຍໃນງານດັ່ງກ່າວ, ເຊິ່ງລົດລຸ້ນ ດັ່ງກ່າວແມ່ນມີຈຸດເດັ່ນຄື: ຮູບຊົງ ທັນສະໄໝ, ສະມັດທະນະແຂ່ງ ແກ່ນທົນທານ, ປະຢັດພະລັງ ງານ, ມີລະບົບຄວາມປອດໄພສູງ ແລະ ເປັນມິດກັບສິ່ງແວດລ້ອມ.
+ ລົດອີຊູຊຸ ໄດ້ຮັບຄວາມສົນໃຈຈາກມວນຊົນໃນງານວຽງຈັນ ມໍເຕີເອັກໂປ 2017
+ ນໍາສະເໜີ HONDA CR-V ຮຸ່ນໃຫມ່
ທ່ານ ຈິລາຍຸດ ອະດິເທບນະ ລັງກຸນ ຜູ້ຊ່ວຍຜູ້ຈັດການທົ່ວໄປ ບໍລິສັດ ຕຣີເພັດ ອີຊູຊຸ ເຊວສ໌ ຈໍາກັດ ກ່າວວ່າ: ພວກເຮົາໄດ້ມີ ສ່ວນຫລຸດພິເສດສຳລັບລູກຄ້າທີ່ຊື້ລົດອີຊູຊຸ ບລູພາວເວີ ທຸກລຸ້ນພາຍ ໃນງານຄັ້ງນິ້, ບໍ່ວ່າຈະຊື້ເງິນສົດ ຫລື ຜ່ອນກໍຈະໄດ້ຮັບນະໂຍບາຍ ສຸດພິເສດຄື: ສຳລັບລູກຄ້າຈ່າຍ ເງິນສົດຮັບສ່ວນຫລຸດພິເສດທັນ ທີ 25 ລ້ານກີບເມື່ອຊື້ລົດ “ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ, ຮັບ ສ່ວນຫລຸດ 20 ລ້ານກີບເມື່ອຊື້ ລົດກະບະ “ອີຊູຊຸດີແມັກ ບລູພາວ ເວີ” ແລະ ສຳລັບລູກຄ້າຈ່າຍ ຜ່ອນຮັບຫລຸດຜ່ອນເລີ່ມຕົ້ນພຽງ 1,9 ລ້ານກີບຕໍ່ເດືອນ ແລະ ດອກ ເບ້ຍເລີ່ມຕົ້ນພຽງ 0,29%, ພ້ອມ ຜ່ອນຍາວສູງສຸດ 84 ເດືອນຮັບ ສ່ວນຫລຸດ 16,5 ລ້ານກີບ ເມື່ອ ຊື້ລົດ “ເດິນິວ ອີຊູຊຸມິວ-ເອັກ ບລູ ພາວເວີ” ແລະ ຮັບສ່ວນຫລຸດ 12 ລ້ານກີບເມື່ອຊື້ລົດກະບະ “ອີຊູຊຸ ດີແມັກ ບລູພາວເວີ” ແລະ ສຳລັບ ລູກຄ້າທີ່ຊື້ລົດ “ອີຊູຊຸ ບລູ ພາວ ເວີ” ທຸກລຸ້ນພາຍໃນງານມີ ສິດຊິງ ລາງວັນຫລາຍຢ່າງຕື່ມອີກຄື: ລົດຈັກ, ໂທລະສັບມືຖື, ຕູ້ເຢັນ ແລະ ເຄື່ອງໃຊ້ໄຟຟ້າອື່ນໆ.