ເຊັນສັນຍາໂຄງການກໍ່ສ້າງທາງຊົນນະບົດຢູ່ 3 ເມືອງ ຂອງແຂວງ ຫົວພັນ ມູນຄ່າ 3 ລ້ານກວ່າໂດລາ

ວັນທີ 29 ຕຸລາ 2024 ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ໄດ້ເຊັນສັນຍາໂຄງການກໍ່ສ້າງເສັ້ນທາງຊົນນະບົດຢູ່ ເມືອງຫົວເມືອງ, ເມືອງສົບເບົາ ແລະ ເມືອງ ແອດ ແຂວງຫົວພັນ 3 ໂຄງການຄື:
1. ໂຄງການກໍ່ເສັ້ນທາງແຕ່ ບ້ານປາຄ່າໃຕ້ ຫາ ບ້ານໂຮມກອງ ເມືອງຫົວເມືອງ ມີຄວາມຍາວ 18 ກິໂລແມັດ ມູນຄ່າ 3 ລ້ານ ກ່ວາໂດລາສະຫະລັດ, ໄລຍະການກໍ່ສ້າງ 18 ເດືອນ.
2. ໂຄງການກໍ່ສ້າງຂົວເບຕົງຍາວ 40 ແມັດ, ທາງປູຢາງ 1 ກິໂລແມັດ ແລະ ວຽກກໍ່ສ້າງພື້ນຖານຂະ ໜາດນ້ອຍຢູ່ ເມືອງສົບເບົາ ມູນຄ່າ 3 ແສນກ່ວາໂດລາ, ໃຊ້ເວລາກໍ່ສ້າງທັງໝົດ 9 ເດືອ3
3. ໂຄງການ ກໍ່ສ້າງທາງປູຢາງແຕ່ ບ້ານນາຄຳ ຫາ ແກ້ງລິດ ເມືອງແອດ 5ກິໂລແມັດກ່ວາ ມູນຄ່າການກໍ່ສ້າງ 6 ແສນກ່ວາໂດລາສະຫະລັດ ໄລຍະການກໍ່ສ້າງ 18 ເດືອນ.
ລົງນາມບົດບັນທຶກສັນຍາໂຄງການກໍ່ສ້າງຄັ້ງນີ້ ໄດ້ດຳເນີນໄປລະຫວ່າງ ທ່ານ ເສີມຄໍາ ຈັນທະວົງ ຫົວໜ້າໂຄງການພັດທະນາຊົນນະບົດໄລຍະ 3 ແລະ 4 ກົມຂົວທາງ ກະຊວງໂຍທາ ທິການ ແລະ ຂົນສົ່ງ ຕາງໜ້າເຈົ້າຂອງໂຄງການ ກັບ ຜູ້ຕາງໜ້າບັນດາບໍລີສັດຮັບເໝົາກໍ່ສ້າງ, ໂດຍມີ ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ເຂົ້າຮ່ວມ.
ທີ່ມາ: ຂ່າວຫົວພັນ