ຄວນປະຕິເສດແນວໃດຈຶ່ງຈະບໍ່ມີຜົນກະທົບຕໍ່ວຽກ ?

ບັນຍາກາດ ແລະ ສະພາບແວດລ້ອມໃນການເຮັດວຽກອັນໂຫດຮ້າຍທີ່ສຸດແມ່ນການມີບັນຫາທີ່ບໍ່ໄດ້ແກ້ໄຂ ແລະ ບໍ່ມີໃຜກ້າພໍທີ່ຈະເວົ້າອອກມາກົງໆ, ການບອກປະຕິເສດຈຶ່ງຖືເປັນການສ້າງສັນທີ່ສຳຄັນຢ່າງໜຶ່ງ, ແຕ່ຕ້ອງເຮັດຢ່າງມີສິລະປະ ແລະ ຕໍ່ໄປນີ້ແມ່ນແນວທາງບາງປະການໃນການບອກປະຕິເສດຢ່າງມີສິລະປະ :
– ບອກທັນທີ : ຖ້າທ່ານກຳລັງຈະບອກປະຕິເສດໃຜ ຈົ່ງບອກມັນອອກມາທັນທີ ເພາະຫາກປ່ອຍໃຫ້ເຂົາລໍຖ້າຄຳຕອບດົນເທົ່າໃດ ເມື່ອຮູ້ວ່າຕ້ອງຖືກປະຕິເສດ ກໍຈະຍິ່ງເຮັດໃຫ້ຄົນຮັບຟັງເສຍໃຈຫລາຍເທົ່ານັ້ນ.
– ປະຕິເສດຄວາມຄິດ ບໍ່ແມ່ນທຸກຄົນ : ນີ້ອາດເປັນເລື່ອງງ່າຍໆ ພຽງແຕ່ໃຊ້ຄຳອື່ນແທນຄຳວ່າ : “ເຈົ້າ” ເຊັ່ນ : “ຂ້ອຍບໍ່ຄິດວ່າວິທີການນີ້ຈະດີເທົ່າກັບອີກວິທີການໜຶ່ງ” ແທນຄຳເວົ້າວ່າ : “ຂ້ອຍບໍ່ຄິດວ່າຄວາມຄິດຂອງເຈົ້າຈະໄດ້ຜົນ”.
– ຮຽນຮູ້ວິທີການເວົ້າ : ທຸກອົງກອນມີວັດທະນະທຳຂອງຕົນເອງໃນການເຮັດວຽກ ແລະ ການເວົ້າຄຳວ່າ : “ບໍ່” ກໍເປັນສິ່ງທີ່ແຕກຕ່າງກັນ, ໃນບໍລິສັດໃໝ່ໆສິ່ງສຳຄັນແມ່ນຄວາມວ່ອງໄວ. ສະນັ້ນແມ່ນຫຍັງກໍຕາມທີ່ໄວທີ່ສຸດ ເພາະທ່ານສາມາດບອກວ່າ “ບໍ່, ຂ້ອຍບໍ່ມັກຄວາມຄິດນີ້” ແລະ ຈະບໍ່ມີໃຜໂວຍວາຍເກີນກ່ວາເຫດ ແຕ່ໃນອົງກອນການກຸສົນ ເຊິ່ງວຽກສ່ວນຫລາຍເຮັດໂດຍອາສາສະໝັກ ຄຳປະຕິເສດຄວນຈະບອກຢ່ອງອ້ອມໆ ເຊັ່ນ : “ຂ້ອຍເຂົ້າໃຈແລ້ວ ວ່າເປັນຫຍັງເຈົ້າຈຶ່ງມັກຄວາມຄິດນີ້ ແຕ່ນີ້ແມ່ນວິທີການທີ່ຂ້ອຍຢາກຈະເຮັດ” ເຊິ່ງກໍໝາຍຄວາມວ່າ : “ຂ້ອຍຊັງຄວາມຄິດນີ້ ແຕ່ບໍ່ຢາກໃຫ້ເຈົ້າຫງຸດຫງິດ” ຖ້າທ່ານເວົ້າໄດ້ໃກ້ຄຽງກັບວັດທະນະທຳຂອງແຕ່ລະອົງກອນຫລາຍເທົ່າໃດ ມັນກໍຍິ່ງງ່າຍຂຶ້ນຫລາຍເທົ່ານັ້ນທີ່ຄົນອື່ນຈະເຂົ້າໃຈທ່ານ.
– ຮຽນຮູ້ວ່າເມື່ອໃດຄວນຈະຢຸດ : ບາງເທື່ອເມື່ອເຮົາບອກວ່າ : “ບໍ່” ເຮົາມັກຈະຕາມດ້ວຍຄຳອະທິບາຍທີ່ຫລວງຫລາຍຈົນເກີນໄປ ດ້ວຍຄວາມຫວັງວ່າຈະຊ່ວຍໃຫ້ຄົນອື່ນບໍ່ຫງຸດຫງິດ, ແຕ່ຄວາມຈິງກໍຄືຄົນເຮົາບໍ່ຢາກໄດ້ຍິນຄຳວ່າ “ບໍ່” ບໍ່ວ່າທ່ານຈະອະທິບາຍແນວໃດກໍຕາມກໍບໍ່ອາດເຮັດໃຫ້ມັນຈົບລົງໄປໄດ້ ຫລາຍເທື່ອສິ່ງທີ່ດີທີ່ສຸດທີ່ທ່ານເຮັດໄດ້ກໍຄື ການບອກວ່າ : “ເສຍໃຈເດີ້, ແຕ່ຂ້ອຍຄິດວ່າຄວາມຄິດນີ້ຄົງບໍ່ໄດ້ຜົນດອກ” ແລ້ວກໍກ່າວຕໍ່ໄປເລື່ອງອື່ນຄືກັບມັນບໍ່ແມ່ນເລື່ອງໃຫຍ່ຫຍັງ ເຊິ່ງໂອກາດນີ້ຫາກທ່ານເຮັດໄດ້ກໍຈະຊ່ວຍໃຫ້ເລື່ອງນັ້ນບໍ່ປະກົດເປັນຈິງຂຶ້ນມາໄດ້.