ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ຜູ້ເກົ່າ ແລະ ຜູ້ໃໝ່

ການມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງ ສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ (ຜູ້ເກົ່າ) ແລະ ສະຫາຍ ພົທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະ ມົນຕີກະຊວງປ້ອງກັນປະເທດ (ຜູ້ໃໝ່) ດຳເນີນໄປ ວັນທີ 5 ທັນວາ 2024ນີ້,ທີ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານພັກ ປະຊາຊົນປະຕິວັດລາວ ປະທານປະເທດ ມີບັນດາການນໍາພັກລັດ ແລະ ພັກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສຸນກາງພັກ ຮອງຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງມະຕິຂອງກົມການເມືອງສູນກາງພັກ ແລະ ລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ ຢູ່ກະຊວງປ້ອງກັນປະເທດ ໃນນີ້, ໄດ້ຍົກຍ້າຍ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະມົນຕີ,ເລຂາ ຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງປ້ອງກັນປະເທດ ໄປຮັບໜ້າທີ່ຢູ່ ສໍານັກງານນາຍົກ ລັດຖະມົນຕີ ແລະ ແຕ່ງຕັ້ງ ສະຫາຍ ພົທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ເປັນລັດຖະ ມົນຕີກະຊວງປ້ອງກັນປະເທດ ຜູ້ໃໝ່.
ທີ່ມາ: ໜັງສືພິມ ກອງທັບ