ຫວຽດນາມມີທ່າອ່ຽງຜະເຊີນຄື້ນຄວາມຮ້ອນຮຸນແຮງໃນປີ 2025

ສູນພະຍາກອນອຸຕຸນິຍົມວິທະຍາ ແລະ ອຸທົກວິທະຍາແຫ່ງຊາດຫວຽດນາມ ເຕືອນວ່າ: ມີຄວາມເປັນໄປໄດ້ທີ່ທຸກພາກຂອງປະເທດຈະຜະເຊີນຄື້ນຄວາມຮ້ອນຮຸນແຮງ ແລະ ສະພາບອາກາດຮ້ອນອົບເອົ້າ ໃນປີ 2025.
ຫວຽດນາມຈະມີຝົນຕົກໜັກສະເພາະພື້ນທີ່, ນໍ້າຖ້ວມກະທັນຫັນ, ດິນເຈື່ອນ ແລະ ພາຍຸໃຫຍ່ຫລາຍກວ່າເກົ່າໃນປີໜ້າ.
ທັງນີ້, ປີ 2024 ເປັນປີທ້າທາຍທີ່ເຕັມໄປດ້ວຍໄພພິບັດທາງທໍາມະຊາດທີ່ຫລາກຫລາຍ ແລະ ຮຸນແຮງເຊັ່ນ: ໄພແຫ້ງແລ້ງ, ນໍ້າເຄັມລຸກລໍ້າ, ຄື້ນຄວາມຮ້ອນຮຸນແຮງ ແລະ ຝົນຕົກໜັກເປັນບໍລິເວນກວ້າງ ໂດຍສະເພາະພາຍຸໄຕ້ຝຸ່ນຢາງິ ທີ່ເຮັດໃຫ້ມີການສູນເສຍຊີວິດ ແລະ ຊັບສິນຈໍານວນຫລາຍ.
ສູນພະຍາກອນອຸຕຸນິຍົມວິທະຍາ ແລະ ອຸທົກວິທະຍາແຫ່ງຊາດລາຍງານ ການພົບອາຍຸ 9 ຫົວ, ຄື້ນຄວາມຮ້ອນ 19 ຮອບ, ເຫດຝົນຕົກໜັກ 21 ຄັ້ງ ແລະ ນໍ້າຖ້ວມກະທັນຫັນ 39 ຄັ້ງ ເກີດຂຶ້ນທົ່ວທຸກພາກຂອງປະເທດໃນປີ 2024.
ຂະນະທີ່ສໍານັກງານສະຖິຕິແຫ່ງຊາດຂອງຫວຽດນາມລາຍງານວ່າ: ລະຫວ່າງເດືອນມັງກອນ-ພະຈິກຜ່ານມາ ຫລື 11 ເດືອນຂອງປີນີ້ ໄພທໍາມະຊາດສ່ວນຫລາຍທີ່ມັກເປັນຝົນທີ່ຕົກໜັກ ແລະ ນໍ້າຖ້ວມ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ ຫລື ສູນຫາຍໃນປະເທດ ຢ່າງໜ້ອຍ 541 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 2,189 ຄົນ.