ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII - 471260390 1149951887140626 6779041219436659780 n - ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII - kitchen vibe - ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII ທີ່ ໄດຈັດຂຶ້ນໃນວັນທີ 25 ທັນວານີ້ ທີ່ສູນກາງສະຫະພັນກຳມະບານລາວ ໂດຍການເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ປະທານສູນ ກາງສະຫະພັນກຳມະບານລາວ,ມີບັນດາສະຫາຍຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ VIII ແລະ ພະນັກງານວິຊາການເຂົ້າຮ່ວມ.

ກອງປະຊຸມ ໄດ້ພ້ອມກັນສະຫຼຸບ, ຕີລາຄາຄືນ ຜົນສຳເລັດກອງປະຊຸມຄົບຄະ ນະບໍລິຫານງານສູນກາງສະຫ ະພັນກຳມະບານລາວ ຄັ້ງທີ 4 ສະໄໝທີ VIII ແລະ ກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ໃນປີ 2025, ບັນດາເນື້ອໃນເອກະສານທີ່ຈະຄົ້ນຄວ້າ, ພິຈາລະນາ ແລະ ເປັນເອກະພາບກັນ ມີດັ່ງນີ້: ບົດສະຫຼຸບ, ຕີລາຄາ ຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຄັ້ງທີ 4 ສະ ໄໝທີ VIII ແລະ ທິດທາງແຜນການ ທ້າຍສະໄໝ,ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກຳມະບານ 1 ປີ ຜ່ານມາ ແລະ ວຽກງານຈຸດສຸມທ້າຍສະໄໝ,ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກຳມະບານ 5 ປີ ຄັ້ງທີ IV ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ທ້າຍສະໄໝ, ຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ IX ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030),ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກຳມະບານລາວ 5 ປີ ຄັ້ງທີ IV ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030),ຜ່ານຮ່າງແຜນຍຸດທະສາດ ແລະ ວິໄສທັດພັດທະນາວຽກງານກຳມະບານລາວ, ຜ່ານຮ່າງກົດລະບຽບສະບັບປັບປຸງຂອງສະຫະພັນກຳມະບານລາວ ສະໄໝທີ IX,ຜ່ານຮ່າງ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ສະບັບປັບປຸງ,ຜ່ານຮ່າງ ເນື້ອໃນຄໍາຂວັນຂອງສະຫະພັນກຳມະບານລາວ ສະບັບປັບປຸງ,ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ໄລຍະ 1 ປີຜ່ານມາ.

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII - 471717348 1149951927140622 1530906864215456901 n 1024x683 - ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII

ທ່ານ ພອນສານ ວິໄລເມັ້ງ ຮອງປະທານ ສູນກາງສະຫະພັນກຳມະບານລາວ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕີກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຄັ້ງທີ 4 ສະໄໝທີ VIII ແລະ ທິດທາງແຜນການ ປີ 2025 ວ່າ: ໃນ 1 ປີຜ່ານມາ ສະຫະພັນກຳມະບານແຕ່ລະຂັ້ນ ໄດ້ປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະ ສອດຄ່ອງກັບວຽກງານໃນປະຈຸບັນ,ໃນທົ່ວປະເທດປະກອບມີ 37 ສະຫະພັນກຳມະບານ ກະຊວງ ແລະ ອົງການ, 17 ສະຫະພັນກຳມະບານແຂວງ, 1 ນະຄອນຫຼວງ, 214 ສະຫະພັນກຳມະບານເມືອງ ແລະ ນະຄອນ,ສະມາຊິກກຳມະບານທັງໝົດ 208,883 ສະຫາຍ,ເມືອທຽບໃສ່ປີ 2023 ແມ່ນເພີ່ມຂຶ້ນ 1,912 ສະຫາຍ, ແລະ ໃນ 1 ປີ ຜ່ານມາ ໄດ້ປະຕີບັດການຍ້ອງຍໍ້ຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານກຳມະບານ ແລະ ຂະບວນການແຂ່ງຂັນ 5 ເປັນເຈົ້າ ປະເພດຫຼຽນກາກຳມະບານ ໃຫ້ກົມກອງລວມໝູ່ຈຳນວນ 31 ກົມກອງ,ບຸກຄົນ 283 ຄົນ,ປະເພດໃບຍ້ອງຍໍ້ ໃຫ້ກົມກອງລວມໝູ່ 903 ກົມກອງ,ບຸກຄົນ 16,610 ຄົນ,ສະຫະພັນກຳມະບານກະຊວງ ແລະ ອົງການ,ນະຄອນຫຼວງວຽງຈັນ ແລະ ແຂວງ ໄດ້ຄົ້ນຄວ້າຍ້ອງຍໍ້ໃຫບັນດາສະຫະພັນກຳມະບານຂັ້ນຂອງຕົນ ປະເພດຍ້ອງຍໍ້ໃຫ້ກົມກອງລວມໝູ່ 6,907 ກົມກອງ,ບຸກຄົນ 46,948 ຄົນຊົມເຊີຍກົມກອງລວມໝູ່ 125 ກົມກອງ ແລະ ບຸກຄົນ 2,219 ຄົນ.

ນອກຈາກນີ້ ໄດ້ເປັນເຈົ້າການໃນຄົ້ນຄວ້າ ແລະ ສະເໜີລັດຖະບານປັບເພີ້ມເງີນອຸດໜູນຄ່າຄອງຊີບໃຫ້ແກ່ຜູ້ອອກແຮງງານຢູ່ພາກວິສາຫະກິດ 900,000 ກີບຕໍ່ຄົນຕໍ່ເດືອນ ເລີ່ມປະຕິບັດແຕ່ວັນທີ 1 ຕຸລາ 2024 ເປັນຕົ້ນມາ,ໄດ້ແກ້ໄຂຂໍ້ຂັດແຍ່ງແຮງງານຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໃນຂອບເຂດທົ່ວປະເທດຄື: ຮັບຄໍາຮ້ອງຂໍຄວາມເປັນທໍາ ຈໍານວນ 145 ສະບັບ, ມີຜູ້ຮ້ອງຟ້ອງ 3,106 ຄົນ, ຍິງ 1,301 ຄົນ ສາມາດແກ້ໄຂໄດ້ 123 ສະບັບ,

ເຂົ້າຮ່ວມການໄກ່ເກ່ຍຂໍ້ຂັດແຍ່ງດ້ານແຮງງານຮ່ວມກັບຄະນະກຳມະການແຮງງານແຫ່ງຊາດ ແລະ ຂັ້ນແຂວງ ຮັບຄຳຮ້ອງຂໍຄວາມເປັນທໍາ ຈໍານວນ 2 ສະບັບ, ມີຜູ້ຮ້ອງຟ້ອງ 371 ຄົນ, ຍິງ 153 ຄົນ ສາມາດແກ້ໄຂໄດ້ 2 ສະບັບ, ຊຸກຍູ້ໃຫ້ຫົວໜ່ວຍແຮງງານສ້າງສັນຍາແຮງງານບຸກຄົນໄດ້ 489 ແຫ່ງ ແລະ ອື່ນໆ.

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII - 471309320 1149951990473949 3747017312552699353 n 1024x683 - ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII - 3 - ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII - 4 - ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII - 5 - ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 5 ສະໄໝທີ VIII