ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ

ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ - 471552536 1151709336964881 6971569358561571758 n - ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ
ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ - kitchen vibe - ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ

ວັນທີ 27 ທັນວາ 2024 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມສະຫຼຸບວຽກງານແຜນການ ແລະ ການເງິນ ທົ່ວປະເທດ ປະຈຳປີ 2024 ແລະ ທິດທາງ ປີ 2025; ມີທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ບັນດາທ່ານ ລັດຖະມົນຕີ, ເຈົ້າແຂວງ, ຮອງລັດຖະມົນຕີ, ຮອງເຈົ້າ ແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ; ຜູ້ຕາງໜ້າພະແນກແຜນການ ແລະ ການລົງທຶນ ແລະ ພະແນກການເງິນ ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນ ເຂົ້າຮ່ວມ.

ທ່ານ ນາຍົກລັດຖະມົນຕີ ໂອ້ລົມ ຕໍ່ຜູ້ເຂົ້າຮ່ວມກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສຳເລັດ ທີ່ທົ່ວຂະແໜງແຜນການ ແລະ ການລົງທຶນ ແລະ ທົ່ວຂະແໜງການເງິນ ສາມາດປະຕິບັດໄດ້ ໃນໄລຍະທີ່ຜ່ານມາ; ພ້ອມທັງ ຍົກໃຫ້ເຫັນຂໍ້ຄົງຄ້າງບາງດ້ານ ທີ່ຂະ ແໜງແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ໃຫ້ມີການຫັນປ່ຽນດີຂຶ້ນຢ່າງຈະແຈ້ງ. ອັນສຳຄັນ, ທ່ານ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ: ສືບຕໍ່ເອົາໃຈໃສ່ການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ ແລະ ພະນັກງານ ໃນຂະແໜງແຜນການ-ການ ລົງທຶນ ແລະ ການເງິນ ເພີ່ມຄວາມເປັນເຈົ້າການ, ຄວາມຮັບຜິດ ຊອບສູງຂຶ້ນ, ບຸກທະລຸທາງດ້ານຈິນຕະນາການ, ສ້າງການຫັນ ປ່ຽນໃນວຽກງານໃຫ້ວ່ອງໄວ, ທັນການ ແລະ ມີຄຸນນະພາບ; ຫັນພະນັກງານຄົນໜຶ່ງເຮັດໄດ້ຫຼາຍໜ້າວຽກ ບົນພື້ນຖານຄວາມເດັດດ່ຽວ-ເຂັ້ມງວດ, ໂປ່ງໃສ ແລະ ເປັນມືອາຊີບ, ສ້າງຄວາມເປັນຊ່ຽວຊານ, ຮັກໃນອາຊີບ ແລະ ມີຈັນຍາບັນ, ອົດທົນເສຍສະຫຼະ, ປະຕິບັດວິໄນແຜນການ-ການເງິນຢ່າງເຄັ່ງຄັດ; ປັບປຸງກົງຈັກການຈັດຕັ້ງ ໃຫ້ກະທັດຮັດ, ສົມເຫດສົມຜົນ, ທັງມີລັກສະນະສົ່ງເສີມໃຫ້ພະນັກງານມີຫົວຄິດປະດິດສ້າງ, ສົ່ງເສີມຄົນເກັ່ງ ແລະ ມີຄຸນ ສົມບັດສິນທໍາປະຕິວັດ, ມີແນວຄິດກ້າວໜ້າ, ແຂ່ງຂັນກັນສ້າງຜົນງານຢ່າງຖືກຕ້ອງ; ໃຫ້ຖືເອົາວຽກງານການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເປັນວຽກບູລິມະສິດຕົ້ນຕໍ ໃນການຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໃນປີ 2025; ປັບປຸງລະບົບສະຖິຕິໃຫ້ເຂັ້ມແຂງ ແລະ ລົງເຖິງຮາກຖານ.

ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ - Visit Laos Visit SALANA BOUTIQUE HOTEL - ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ
ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ - Visit Laos Visit SALANA BOUTIQUE HOTEL - ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ
ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ - 470794503 1151709973631484 2999471399694413090 n 1024x683 - ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ

ມີການຄົ້ນຄວ້າວິໄຈ ແລະ ສະເໜີແນະ ນະໂຍບາຍຕ່າງໆໃຫ້ແກ່ການນໍາຢ່າງທັນການ; ປັບປຸງການສ້າງແຜນໃນໄລຍະໃໝ່ ໃຫ້ແທດຕົວຈິງຫຼາຍຂຶ້ນ ແລະ ມີວິທະຍາສາດ, ປະຕິຮູບການລົງທຶນຂອງລັດ ໃຫ້ມີການຫັນປ່ຽນໃໝ່ ໂດຍຈັດລຽງບູລິມະສິດ ແລະ ໂຄງການທີ່ຮີບດ່ວນ, ຈໍາເປັນ ແລະ ໃຫ້ປະໂຫຍດແກ່ສັງຄົມ, ມີປະສິດທິຜົນ ແລະ ເຫັນຜົນໄວທາງດ້ານເສດຖະ ກິດທີ່ແທ້ຈິງ; ເອົາໃຈໃສ່ການສົ່ງເສີມ, ອະນຸມັດ ແລະ ຄຸ້ມຄອງການລົງທຶນ ໃຫ້ມີການຫັນປ່ຽນໃໝ່ຢ່າງເປັນຮູບປະທໍາ ໂດຍສະເພາະ ການປັບປຸງຂອດຂັ້ນ ແລະ ກົນໄກການພິຈາລະນາການລົງທຶນ;

ສືບຕໍ່ຄຸ້ມຄອງ ແລະ ສົ່ງເສີມເຂດເສດຖະກິດພິເສດ ໃຫ້ກາຍເປັນກໍາລັງແຮງແທ້ຈິງ ໃຫ້ແກ່ການພັດທະນາ; ສືບຕໍ່ຮ່ວມມືຂົນຂວາຍການຊ່ວຍເຫຼືອ ຈາກຕ່າງປະເທດ ທາງດ້ານວິຊາການ ແລະ ທຶນຮອນ ເຂົ້າມາ ຕ້ອງມີຈຸດສຸມ, ມີການເລືອກເຟັ້ນ ແລະ ເປັນລະບົບ; ເອົາໃຈໃສ່ແຕ່ຫົວທີວຽກງານປະເມີນຜົນໂຄງການລົງທຶນ ໃນແຕ່ລະໄລຍະ, ມີການຕິດຕາມ-ກວດກາເປັນປົກກະຕິ ແລະ ຕ້ອງມີມາດຕະການແກ້ໄຂຈຸດຄົງຄ້າງຢ່າງເຂັ້ມງວດ, ຖ້າປະຕິ ບັດໄດ້ດີກໍ່ຕ້ອງມີການຍ້ອງຍໍຊົມເຊີຍ; ເອົາໃຈໃສ່ຕໍ່ວຽກບໍລິການ, ການປະສານງານ ໃຫ້ມີຄວາມໂລ່ງລ່ຽນ, ວ່ອງໄວ ແລະ ກົມກຽວກັນ; ເລັ່ງຄົ້ນຄວ້າສ້າງ ຫຼື ປັບປຸງນິຕິກໍາຕ່າງໆ ເພື່ອຮັບປະກັນສາມາດຕອບສະໜອງການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໃນໄລຍະໃໝ່ ຢ່າງທັນການ ແລະ ມີປະສິດທິຜົນ; ສືບຕໍ່ປັບປຸງກົນໄກ, ການຫັນເປັນທັນສະໄໝ ແລະ ການບັງຄັບໃຊ້ກົດໝາຍ, ລວມທັງ ການສະກັດກັ້ນການຮົ່ວໄຫຼຂອງງົບປະມານ; ເປັນເຈົ້າ ການຄຸ້ມຄອງລາຍຮັບ ຢ່າງແຂງແຮງ ໂດຍການຄຸ້ມຄອງເກັບລາຍຮັບເຂົ້າສູ່ລະບົບທັນສະໄໝໃຫ້ກວ້າງຂວາງ ແລະ ທົ່ວເຖິງທຸກເປົ້າໝາຍ; ເລັ່ງດ່ວນປະຕິຮູບ ລັດວິສາຫະກິດໃຫ້ສໍາເລັດໂດຍໄວ ແລະ ເປັນຮູບປະທໍາ; ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດວຽກງານຕາມທິດສາມສ້າງຂອງຂະແໜງແຜນການ- ການລົງທຶນ ແລະ ການເງິນ ລະຫວ່າງກະຊວງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ​ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ຈັດຕັ້ງປະຕິບັດເປັນຮູບປະທໍາ; ການສ້າງແຜນງົບປະມານແຫ່ງລັດ ເລີ່ມປີ 2025 ເປັນຕົ້ນ ໄປ ຕ້ອງໃຫ້ສອດຄ່ອງກັບສະພາບເງື່ອນໄຂການຂະຫຍາຍຕົວຂອງເສດຖະກິດ-ສັງຄົມຕົວຈິງ ແລະ ມີວິທະຍາສາດຫຼາຍຂຶ້ນ ໂດຍສະເພາະ ທ່າແຮງ, ຈຸດພິເສດຂອງຂະແໜງການ ແລະ ທ້ອງ ຖິ່ນ; ໃຫ້ຂະແໜງການເງິນ ສົມທົບພາກສ່ວນກ່ຽວຂ້ອງ ສືບຕໍ່ສ້າງຄວາມໝັ້ນທ່ຽງທາງດ້ານເສດຖະກິດ-ການເງິນໃຫ້ໄດ້ໂດຍໄວ ດ້ວຍການປັບປຸງນະໂຍບາຍ ແລະ ມາດຕະການແກ້ໄຂ ບັນຫາການລົງທຶນ, ການເກັບລາຍຮັບງົບປະມານ, ສະພາບຄ່ອງເງິນຕາຕ່າງປະເທດ, ອັດຕາແລກປ່ຽນ ແລະ ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການ ຕໍ່ກັບສະພາບເສດຖະກິດຂອງປະເທດເຮົາໃຫ້ສູງຂຶ້ນ; ຕ້ອງເດັດຂາດແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງແຜນການ ແລະ ການເງິນຢ່າງແທ້ຈິງ ໂດຍເຄັ່ງຄັດປະຕິ ບັດວິໄນຕໍ່ຜູ້ລະເມີດກະທຳຜິດ ແລະ ຍ້ອງຍໍຜູ້ມີຜົນງານ ທັງພາກລັດ ແລະ ທຸລະກິດ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ - 3 - ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ
ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ - 4 - ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ
ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ - 5 - ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ ເອົາໃຈໃສ່ເຄັ່ງຄັດ ກວດກາ ແລະ ເກັບລາຍຮັບຄຸ້ມຄອງລາຍຮັບ