ກອງກຳລັງເຄື່ອນທີ່ເຂັ້ມງວດຮັກສາຄວາມປອດໄພ ງານສະຫລອງປີໃໝ່ສາກົນ 2025

ພັທ ວິລະສອນ ພິໄຂຄຳ ຫົວໜ້າກອງພັນເຄື່ອນທີ່ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ໜັງສືພິມປ້ອງກັນຄວາມສະຫງົບ ວັນທີ 27 ທັນວາ 2024 ວ່າ: ກອງພັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນດາກອງບັນຊາການ ປກສ ເມືອງ, ປກສ ບ້ານ ອ້ອມຂ້າງນະຄອນຫລວງວຽງຈັນ ວາງແຜນກະກຽມໃນດ້ານວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະການສ້າງແຜນລວມ, ແຜນສະເພາະ ເພື່ອເຮັດໃຫ້ ງານສະເຫລີມສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ 2025 (ນັບຖອຍຫຼັງ) ທີ່ຈະຈັດຂຶ້ນຢູ່ທີ່ສວນປະຕູໄຊ ໃຫ້ມີຄວາມສະຫງົບປອດໄພ 100% ແລະ ເຕັມໄປດ້ວຍຄວາມເບີກບາກມ່ວນຊື່ນ.
ການເຄື່ອນໄຫວປະຕິບັດໜ້າທີ່ຂອງກຳລັງກອງພັນເຄື່ອນທີ່ ນວ ໃນຂົງເຂດຄວາມຮັບຜິດຊອບນັບແຕ່ວັນທີ 29 ທັນວາ 2024-1 ມັງກອນ 2025, ໄດ້ມີການວາງແຜນປະຈຳການລວມສູນ. ໃນນີ້, ແບ່ງອອກເປັນ 3 ຈຸດໃຫຍ່ ຄື:
ຈຸດທີ 1: ຢູ່ສູນບັນຊາກອງພັນເຄື່ອນທີ່ ນວ ເພື່ອກຽມຄວາມພ້ອມດ້ານກຳລັງ ແລະ ພາຫະນະດ້ານຕ່າງໆ.
ຈຸດທີ 2: ນຳກຳລັງປະຈຳຢູ່ສວນປະຕູໄຊ.
ຈຸດທີ 3: ແມ່ນເຄື່ອນໄຫວກວດກາລາດຕະເວນຢູ່ໃນຂອບເຂດພາຍໃນງານ-ນອກງານ ແລະ ຂອບເຂດນະຄອນຫຼວງວຽງຈັນ ຮັບປະກັນໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ຈະເກີດຂຶ້ນໃຫ້ທັນເວລາ.
ພັທ ວິລະສອນ ພິໄຂຄຳ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງເປັນເຈົ້າການຮ່ວມກັນຢ່າງເຂັ້ມງວດ ໃຫ້ມີສະຕິໃນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2024 ແລະ ຕ້ອນຮັບປີໃໝ່ 2025 ນີິ້ ເພືີ່ອຫລີກລ່ຽງບັນຫາປາກົດການຫຍໍ້ທໍ້ຕ່າງໆ ຮັບປະກັນໃຫ້ນະຄອນຫລວງມີຄວາມສະຫງົບປອດໄພ.
ທີ່ມາ: ຄວາມສະຫງົບ