ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີມອບ-ຮັບ ໂຄງການກໍ່ສ້າງໂຮຽຮຽນ ຢູ່ແຂວງຜົ້ງສາລີ

ວັນທີ 28 ທັນວາ 2024 ຜ່ານມາ ຈັດພິທີມອບ-ຮັບໂຄງການ ກໍ່ສ້າງອາຄານໂຮຽຮຽນ, ຫໍພັກນັກຮຽນ, ເຮືອນ ຄົວນັກຮຽນ, ປະຕູໂຂງ ແລະ ຮົ້ວອ້ອມໂຮງຮຽນມັດທະຍົມຕອນຕົ້ນ ກຸ່ມບ້ານສະນໍາຣະ ເມືອງສໍາພັນ, ແຂວງຜົ້ງສາລີ ໂດຍການ ເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ, ບັນດາທ່ານຮອງລັດຖະມົນຕີ, ພ້ອມດ້ວຍການນໍາເມືອງ, ຄູອາຈານ, ນ້ອງນັກຮຽນ, ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພູເຂົາຄໍາ ພຣະວໍລະໄຊ໌ ຜູ້ອໍານວຍການບໍລິສັດໄຊເສດຖາກໍ່ສ້າງ ຈໍາກັດ ເຊິ່ງເປັນບໍລິສັດ ຮັບເໝົາກໍ່ສ້າງໂຮງຮຽນດັ່ງກ່າວ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ, ປະກອບມີ: ໂຮງຮຽນ 1 ຫລັງ, ມີ 5 ຫ້ອງຮຽນ, 1 ຫ້ອງການຄູ, ຂະໜາດ 8×38,5 ແມັດ, ຫ້ອງນໍ້າ ມີຂະໜາດ 3×4 ແມັດ, ປະກອບເຟີນີເຈີຄົບຊຸດ ແລະ ຕິດຕັ້ງລະບົບໄຟຟ້າ. ພ້ອມກັນນັ້ນ, ກໍມີເຮືອນຄົວນັກຮຽນ 1 ຫລັງ ຈໍານວນ 2 ຫ້ອງ, ຂະໜາດ 8×16 ແມັດ, ຫໍພັກນັກຮຽນ 1 ຫລັງ ມີ 10 ຫ້ອງ, ຂະໜາດ 7×17,5 ແມັດ ແລະ ຫ້ອງນໍ້າ 1 ຫລັງ ມີ 4 ຫ້ອງ, ຂະໜາດ 4×6 ແມັດ; ກໍ່ສ້າງຮົ້ວອ້ອມໂຮງຮຽນ ມີຄວາມຍາວ 500 ແມັດ, ສູງ 2 ແມັດ ແລະ ປະຕູໂຂງ ມີຂະໜາດ 6,5×5,5 ແມັດ ເຊິ່ງການກໍ່ສ້າງແມ່ນເລີ່ມແຕ່ວັນທີ 25 ມີນາ 2024 ແລະ ໄດ້ສໍາເລັດໃນວັນທີ 10 ສິງຫາ 2024 ໂດຍ ແມ່ນຂອງຂວັນມອບໃຫ້ຈາກທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລວມມູນຄ່າການກໍ່ສ້າງທັງໝົດ 4,1 ຕື້ກວ່າກີບ.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ຕໍ່ຄູອາຈານ, ນັກຮຽນ ແລະ ປະຊາ ຊົນ ທີ່ເຂົ້າຮ່ວມພິທີ, ເຊິ່ງກ່ອນອື່ນທ່ານ ໄດ້ສະແດງຄວາມຂອບໃຈມາຍັງພາກທຸລະກິດ ແລະ ພາກສ່ວນອື່ນໆ ທີ່ໄດ້ ປະກອບສ່ວນທາງດ້ານທຶນຮອນ ເຂົ້າໃນການກໍ່ສ້າງໂຮງຮຽນແຫ່ງນີ້ຈົນສໍາເລັດ ເຮັດໃຫ້ລູກຫລານຂອງປະຊາຊົນ ໃນເຂດດັ່ງກ່າວ ມີບ່ອນຮຽນພຽງພໍ ແລະ ມີຫໍພັກໃຫ້ນັກຮຽນ ຜູ້ທີ່ຢູ່ເຂດຫ່າງໄກມີຄວາມຈໍາເປັນທາງດ້ານທີ່ພັກ ໄດ້ມີບ່ອນພັກໃນຍາມເຂົ້າຮຽນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ຮຽກຮ້ອງໃຫ້ອົງການປົກຄອງທ້ອງຖິ່ນ ຕະຫລອດຮອດຄູອາຈານ ແລະ ນ້ອງນັກຮຽນ ຈົ່ງພ້ອມກັນເອົາໃຈໃສ່ບົວລະບັດຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ອາຄານຕ່າງໆ ເພື່ອເປັນບ່ອນສຶກສາຮໍ່າຮຽນຫາຄວາມຮູ້, ເປັນບ່ອນພັກເຊົາເໝືອນກັບເຮືອນຂອງຕົນເອງ ແລະ ນໍາໃຊ້ ໃຫ້ເກີດປະໂຫຍດສູງສຸດ, ສາມາດນໍາໃຊ້ໄດ້ຍາວນານ. ທັງນີ້, ກໍເພື່ອສ້າງນັກຮຽນໃຫ້ເປັນນັກຮຽນດີ, ຮຽນເກັ່ງ ແລະ ເປັນຜູ້ສືບທອດທີ່ດີຂອງຊາດໃນອະນາຄົດ.ລ
ໃນໂອກາດດັ່ງກ່າວທ່ານ ນາຍົກລັດຖະມົນຕີ ຍັງໄດ້ນໍາເອົາເຄື່ອງນຸ່ງນັກຮຽນ ແລະ ເຄື່ອງ ກັນໜາວ ມອບໃຫ້ແກ່ນັກຮຽນໂຮງຮຽນດັ່ງກ່າວ ເພື່ອຕ້ານໄພໜາວ ຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ