ທ່ານ ຈັດສະຕິນ ຫຣູໂດ ນາຍົກລັດຖະມົນຕີ ການາດາ ປະກາດລາອອກຈາກຕຳແໜ່ງ
January 7, 2025 - 10:28 AM

ສຳນັກຂ່າວ BBC ລາຍງານວ່າ: ວັັນທີ 6 ມັງກອນ 2025 ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ ໄດ້ປະກາດລາອອກຈາກຕຳແໜ່ງຜູ້ນຳປະເທດ ຫລັງປະເຊີນແຮງກົດດັນຈາກພາຍໃນພັກຂອງເພີ່ນເອງ ໂດຍມີສາເຫດມາຈາກຄະແນນຄວາມນິຍົມຕົກຕ່ຳລົງ.
ທ່ານ ຈັສຕິນ ທຣູໂດ ກ່າວວ່າ: ຈະລາອອກຈາກທັງຕຳແໜ່ງນາຍົກລັດຖະມົນຕີ ແລະ ຫົວໜ້າພັກເສລີນິຍົມ (Liberal Party) ເຊິ່ງເປັນພັກລັດຖະບານ ໂດຍທ່ານຈະຢູ່ໃນຕໍາແໜ່ງນາຍົກ ຈົນກວ່າພັກຈະສາມາດເລືອກຫົວໜ້າພັກຄົນໃໝ່ໄດ້ ແລະ ສະພາອາດຈະຖືກຍຸບ ຫລື ລະງັບການປະຊຸມຈົນເຖິງວັນທີ 24 ມີນາ 2025.
ທ່ານ ຈັສຕິນ ທຣູໂດ ເປັນຫົວໜ້າພັກເສລີນິຍົມ 11 ປີ ແລະ ດຳລົງຕຳແໜ່ງນາຍົກລັດຖະມົນຕີ 9 ປີ ຕັ້ງແຕ່ປີ 2015 ເປັນຕົ້ນມາ.