ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ສສ ຫວຽດນາມ

ວັນທີ 10 ມັງກອນ 2025ນີ້, ທີ່ຫ້ອງວ່າການສູນກາງພັກ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ, ໃນລະຫວ່າງວັນທີ 9-10 ມັງກອນ 2025.
ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມ ປະຈໍາປີ 2025 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 47 ທີ່ ສອງນາຍົກລັດຖະມົນຕີລາວ ແລະ ຫວຽດນາມ ໄດ້ຮ່ວມກັນເປັນປະທານ ຊຶ່ງສອງຝ່າຍໄດ້ຢືນຢັນຮ່ວມກັນທີ່ຈະພ້ອມກັນຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງພັກ-ສອງລັດຖະບານ ກໍຄືບັນດາໂຄງການຮ່ວມມືສອງຝ່າຍ ເປັນຕົ້ນແມ່ນ ໂຄງການທ່າເຮືອຫວຸງອ້າງ, ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ, ໂຄງການທາງລົດໄຟວຽງຈັນ-ທ່າແຂກ-ຫວຸງອ້າງ, ການຊື້-ຂາຍໄຟຟ້າ, ການສ້າງໂຮງງານພະລັງງານຄວາມຮ້ອນຖ່ານຫີນ, ໂຄງການສວນອຸທິຍານມິດຕະພາບລາວ-ຫວຽດນາມ ແລະ ອື່ນໆ ເຫັນວ່າ ໄປຖືກທິດ ແລະ ມີບາດກ້າວບຸກທະລຸ.
ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມ ໄປຍັງ ທ່ານ ໂຕ ເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ທ່ານ ເຈິນ ແທັງ ເໝີ້ນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍບັນດາ ການນໍາພັກ- ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກທົ່ວໜ້າ, ທັງຍັງໄດ້ຕາງໜ້າພັກ- ລັດ, ສະພາແຫ່ງຊາດ, ກອງທັບ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ພັກ- ລັດ, ສະພາແຫ່ງຊາດ, ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫລວງ ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ແກ່ ສປປ ລາວ ໂດຍສະເພາະການສະໜັບສະໜູນ ແລະ ຊ່ວຍເຫລືອດ້ານຊ່ຽວຊານ, ທຶນຮອນ ແລະ ອຸປະກອນຮັບໃຊ້ຕ່າງໆ ເພື່ອໃຫ້ ສປປ ລາວ ເຮັດສໍາເລັດໜ້າທີ່ການເປັນປະທານໝູນວຽນອາຊຽນ, ໄອປາ ແລະ ກອງປະຊຸມອື່ນໆທີ່ປິ່ນອ້ອມ ໃນປີ 2024 ກໍຄື ການຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນລາວ ທີ່ຖືກເຄາະຮ້າຍ ແລະ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃນໄລຍະຜ່ານມາ. ໃນໂອກາດປີໃໝ່ສາກົນທີ່ຫາກໍຜ່ານພົ້ນ ກໍຄືບຸນປະເພນີປີໃໝ່ຫວຽດນາມ (ເຕັດ) ທີ່ໃກ້ຈະມາເຖິງນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ອວຍພອນໄຊອັນປະເສີດມາຍັງ ສະຫາຍ ຟ້າມ ມິງ ຈິງ ພ້ອມດ້ວຍຄອບຄົວ ແລະ ຄະນະ ຕະຫຼອດຮອດບັນດາສະຫາຍການນຳຂັ້ນສູງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງທຸກຖ້ວນໜ້າ. ນອກນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີກັບທີມຊາດ ຫວຽດນາມ ທີ່ໄດ້ຮັບໄຊຊະນະ ກິລາ AFF CUP ສະໄໝທີ 3.
ພ້ອມດຽວກັນນີ້, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ການພົວພັນຮ່ວມມືຂອງສອງປະເທດ ໂດຍໄດ້ເຫັນດີເປັນເອກະພາບຕີລາຄາສູງການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ທີ່ໄດ້ສືບຕໍ່ມີການຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານໃນລະດັບສູງສຸດ ໂດຍສະເພາະແມ່ນທາງດ້ານການເມືອງ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລວມທັງການຮ່ວມມືທາງດ້ານເສດຖະກິດ ກໍມີບາດກ້າວ ທ່ວງທ່າທີ່ດີຂຶ້ນໃນແຕ່ລະປີ, ພ້ອມທັງຢືນຢັນຮ່ວມກັນ ທີ່ຈະສືບຕໍ່ຍູ້ແຮງການຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ເພື່ອໃຫ້ນັບມື້ໃຫ້ສົມຄູ່ກັບການຮ່ວມມືທີ່ດີເລີດທາງດ້ານການເມືອງ. ພ້ອມນີ້, ສອງຝ່າຍໄດ້ຢືນຢັນຈະຮ່ວມກັນຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ສວຍສົດງົດງາມ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.