ອີຣານເຕືອນວ່າຈະເພີ່ມຂີດຄວາມສາມາດ ລູກສອນໄຟຖ້າເອີຣົບຄຸກຄາມ

ສຳນັກຂ່າວຟາຣຂອງອີຣານລາຍງານວ່າ: ຮອງຜູ້ບັນຊາການກອງກຳລັງພິທັກປະຕິວັດອີຣານ ຖະແຫລງເຕືອນເອີຣົບວ່າ: ຖ້າຄຸກຄາມອີຣານ, ອີຣານຈະເພີ່ມຂີດຄວາມສາມາດລູກສອນໄຟໃຫ້ມີໄລຍະໄກກວ່າ 2.000 ກິໂລແມັດ.
ຝຣັ່ງກ່າວເຕືອນເລື່ອງໂຄງການພັດທະນາລູກສອນໄຟຂອງອີຣານ ແລະ ອາດຈັດການເຈລະຈາໃນບັນຫາດັ່ງກ່າວ ເຊິ່ງບໍ່ກ່ຽວຂ້ອງກັບຂໍ້ຕົກລົງນິວເຄຼຍຄັ້ງປະຫວັດສາດປີ 2015 ທີ່ອີຣານເຮັດໄວ້ກັບກຸ່ມປະເທດມະຫາອຳນາດໂລກ. ເຖິງຢ່າງໃດກໍຕາມ, ອີຣານເນັ້ນວ່າ: ໂຄງການລູກສອນໄຟມີຈຸດປະສົງເພື່ອປ້ອງກັນປະເທດ ແລະ ບໍ່ສາມາດເຈລະຈາໄດ້. ພົນຈັດຕະວາ ຮອສເຊນ ຊາລາມີ ຮອງຜູ້ບັນຊາການກອງກຳລັງອີຣານ ຖະແຫລງວ່າ: ການທີ່ອີຣານມີລູກສອນໄຟໄລຍະຍິງໄກ 2.000 ກິໂລແມັດນັ້ນເປັນໄປຕາມຫລັກຍຸດທະສາດ ແລະ ບໍ່ໄດ້ເປັນເພາະເຕັກໂນໂລຊີຫລ້າສະໄໝ, ຖ້າອີຣານຄິດວ່າເອີຣົບເປັນໄພຄຸກຄາມ ກໍຈະເພີ່ມຂີດຄວາມສາມາດຂອງລູກສອນໄຟໃຫ້ຫລາຍຂຶ້ນ.