ປີທ່ອງທ່ຽວລາວຈະນໍາກະສິກໍາສະອາດເຂົ້າສູ່ໂຮງແຮມ ແລະ ຮ້ານອາຫານຕ່າງໆ

- d8cc8519 2378 4d01 bce9 c709f8521e68 - ປີທ່ອງທ່ຽວລາວຈະນໍາກະສິກໍາສະອາດເຂົ້າສູ່ໂຮງແຮມ ແລະ ຮ້ານອາຫານຕ່າງໆ
- kitchen vibe - ປີທ່ອງທ່ຽວລາວຈະນໍາກະສິກໍາສະອາດເຂົ້າສູ່ໂຮງແຮມ ແລະ ຮ້ານອາຫານຕ່າງໆ

ເພື່ອຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຕາມທິດທາງການພັດທະນາສີຂຽວ ແລະ ຍືນຍົງ, ໃນປີທ່ອງທ່ຽວລາວນີ້, ຂະແໜງການດັ່ງກ່າວ ໄດ້ມີແຜນການສົ່ງເສີມການຜະລິດພືດຜັກອິນຊີ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຜູ້ບໍລິໂພກຄື: ຮ້ານອາຫານ ແລະ ໂຮງແຮມຢ່າງພຽງພໍ, ພ້ອມທັງຈະເລັ່ງກວດກາຄຸນນະພາບ ແລະ ມາດຕະຖານຂອງພືດຜັກ ແລະ ໝາກໄມ້ ທີ່ວາງຈໍາໜ່າຍ ຢູ່ໃນຕະຫຼາດປອດສານພິດຢ່າງເປັນປົກກະຕິ ແນໃສ່ເພື່ອສ້າງຄວາມເຊື້ອໝັ້ນໃຫ້ຜູ້ບໍລິໂພກ, ກ່ຽວກັບຄວາມປອດໄພ ແລະ ມາດຕະຖານຂອງຜົນຜະລິດ.

ພືດຜັກ ແລະ ໝາກໄມ້ ທີ່ວາງຈໍາໜ່າຍຢູ່ໃນຕະຫຼາດປອດສານພິດແຕ່ລະແຫ່ງ ແມ່ນຜົນຜະລິດຂອງກຸ່ມປູກຜັກອິນຊີ, ຜົນຜະລິດດັ່ງກ່າວ ມີຄຸນນະພາບດີ, ເກັບຮັກສາໄວ້ໄດ້ດົນ ເມື່ອນໍາປຸງແຕ່ງອາຫານຈະເຮັດໃຫ້ອາຫານມີລົດຊາດແຊບ, ມີຄວາມປອດໄພ ແລະ ເປັນທີ່ພໍໃຈຂອງຜູ້ບໍລິໂພກ, ສະນັ້ນ, ຈຶ່ງຂໍເຊີນຊວນບັນດາທ່ານ ມາເລືອກຊື້ພືດຜັກອິນຊີ ທີ່ມີຈໍາໜ່າຍຢູ່ຕະຫຼາດປອດສານພິດເຊັ່ນ: ວັນຈັນ ແລະ ວັນພະຫັດ ຂາຍຢູ່ທີ່ສ່ວນເຈົ້າຟ້າງຸ່ມ, ວັນພຸດ ແລະ ວັນອາທິດ ຢູ່ສູນການຄ້າວຽງຈັນເຊັນເຕີ, ວັນພຸດ ແລະ ວັນເສົາ ຢູ່ເດີ່ມພະທາດຫຼວງ ແລະ ຕະຫຼາດຫ້ວຍຫົງ ແມ່ນວັນເສົາ.

- Visit Laos Visit SALANA BOUTIQUE HOTEL - ປີທ່ອງທ່ຽວລາວຈະນໍາກະສິກໍາສະອາດເຂົ້າສູ່ໂຮງແຮມ ແລະ ຮ້ານອາຫານຕ່າງໆ

ສໍາລັບຮ້ານອາຫານ ແລະ ໂຮງແຮມ ທີ່ເຂົ້າມາຊື້ຜັກອິນຊີ ໄປປຸງແຕ່ງອາຫານ ທາງກຸ່ມບໍລິການຕະຫຼາດກະສິກໍາອິນຊີ ກໍໄດ້ແນະນໍາໃຫ້ສະມາຊິກກຸ່ມຫຼຸດລາຄາ ໃຫ້ເປັນພິເສດ, ພ້ອມນັ້ນ ກໍຈະໄດ້ເກັບກໍາລາຍຊື່ຮ້ານອາຫານ ແລະ ໂຮງແຮມ ທີ່ນໍາເອົາພືດຜັກອິນຊີ ໄປປຸງແຕ່ງອາຫານ ເພື່ອເປັນບ່ອນອີງໃຫ້ແກ່ ການສົ່ງເສີມການຜະລິດຕິດພັນກັບການທ່ອງທ່ຽວ ແລະ ກໍານົດໝາຍກະສິກໍາສະອາດ ຖືກຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາຢ່າງແທ້ຈິງ ແລະ  ມີຄວາມຍືນຍົງ.

+ເມືອງຈັນທະບູລີກຽມພ້ອມຮັກສາຄວາມສະຫງົບຮອບດ້ານໃນປີທ່ອງທ່ຽວລາວ 2018

- 3 - ປີທ່ອງທ່ຽວລາວຈະນໍາກະສິກໍາສະອາດເຂົ້າສູ່ໂຮງແຮມ ແລະ ຮ້ານອາຫານຕ່າງໆ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!