ອິດສະລາແອນກ່າວວ່າຢຸດຍິງຄັ້ງໃໝ່ຍັງບໍ່ມີຜົນ ກ່າວຫາຮາມັດບໍ່ຍອມສົ່ງລາຍຊື່ຕົວປະກັນ

ກອງທັບອິດສະລາແອນຍັງປະຕິບັດການໂຈມຕີຢູ່ເຂດກາຊາຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ເຊິ່ງກ່າວວ່າ: ການຢຸດຍິງຍັງບໍ່ສາມາດເກີດຂຶ້ນໄດ້ ເພາະກຸ່ມຮາມັດຍັງບໍ່ສົ່ງລາຍຊື່ຕົວປະກັນທີ່ຈະປ່ອຍໃນມື້ທໍາອິດຂອງການສະຫງົບເສິກ.
ສໍານັກງານເລຂາທິການຂອງນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ອອກຖະແຫລງການວ່າ: ຜູ້ນໍາອິດສະລາແອນມີຄໍາສັ່ງເຖິງກອງທັບ ໃຫ້ປະຕິບັດການທາງທະຫານຕາມແຜນການຢູ່ເຂດກາຊາຕໍ່ໄປ ເນື່ອງຈາກຂໍ້ຕົກລົງຢຸດຍິງເຊິ່ງຕາມກໍານົດຕ້ອງມີຜົນນັບແຕ່ເວລາ 08:30 ໂມງ ຕາມເວລາທ້ອງຖິ່ນ (13:30 ໂມງ ຕາມເວລາປະເທດລາວ) ຈະຍັງບໍ່ສາມາດເກີດຂຶ້ນໄດ້ ຕາບໃດທີ່ອິດສະລາແອນຍັງບໍ່ໄດ້ຮັບລາຍຊື່ຕົວປະກັນທີ່ກຸ່ມຮາມັດຕ້ອງປ່ອຍຕົວຕາມເງື່ອນໄຂຂອງການຢຸດຍິງຄັ້ງໃໝ່.
ທັງນີ້, ເງື່ອນໄຂລະບຸວ່າ: ກຸ່ມຮາມັດຕ້ອງປ່ອຍຕົວປະກັນ 3 ຄົນ ໃນມື້ທໍາອິດຂອງການຢຸດຍິງ ຈາກທັງໝົດ 33 ຄົນ ທີ່ຕ້ອງມີການປ່ອຍ ໃນໄລຍະເວລາ 6 ອາທິດ ຫລື 42 ວັນ ຂອງການຢຸດຍິງຮອບນີ້.
ກ່ອນໜ້ານີ້, ກະຊວງຍຸຕິທໍາອິດສະລາແອນອອກຖະແຫລງການວ່າ: ເປີດເຜີຍຊື່ນັກໂທດຊາວປາແລັສຕິນ 737 ຄົນ ເຊິ່ງຈະມີການປ່ອຍຕົວໃນມື້ທໍາອິດຂອງການຢຸດຍິງ ແລະ ສົ່ງລາຍຊື່ທັງໝົດໃຫ້ຄະນະຜູ້ແທນເຈລະຈາແລ້ວ.
ຂະນະທີ່ແຫລ່ງຂ່າວໃນກຸ່ມຮາມັດກ່າວວ່າ: ກໍລະນີທີ່ຍັງບໍ່ສາມາດມອບລາຍຊື່ຕົວປະກັນໃຫ້ອິດສະລາແອນໄດ້ “ເປັນເລື່ອງທາງເຕັກນິກ” ແລະ ຕົວປະກັນ 3 ຄົນທໍາອິດທີ່ຈະມີການປ່ອຍຕົວເປັນຜູ້ຍິງທັງໝົດ.
ຂໍ້ຕົກລົງດັ່ງກ່າວຖືເປັນການສະຫງົບເສິກຄັ້ງທີສອງ ລະຫວ່າງອິດສະລາແອນກັບກຸ່ມຮາມັດ ເຊິ່ງເຮັດສົງຄາມກັນມາແຕ່ວັນທີ 7 ຕຸລາ 2023 ໂດຍການຢຸດຍິງຄັ້ງທໍາອິດເກີດຂຶ້ນ 1 ອາທິດ ໃນເດືອນພະຈິກ 2023.
ທ່ານ ເນທັນຢາຮູ ກ່າວວ່າ: ຂໍ້ຕົກລົງທັງໝົດທີ່ມີຜົນພຽງຊົ່ວຄາວເທົ່ານັ້ນ ແລະ ອິດສະລາແອນມີຄວາມຖືກຕ້ອງທີ່ຈະກັບມາກວາດລ້າງກຸ່ມຮາມັດ ຖ້າການເຈລະຈາຮອບຕໍ່ໄປລົ້ມເຫລວ.