ແຂວງວຽງຈັນ ມີຍອດ GDP 11,998 ຕື້ກີບ ສະເລ່ຍ 23 ລ້ານ/ຄົນແລະ ຕັ້ງເປົ້າປີ 2025 ໃຫ້ໄດ້ 13,294 ຕື້ກີບ ສະເລ່ຍ 25.42 ລ້ານກີບ

ແຂວງວຽງຈັນ ມີຍອດ GDP 11,998 ຕື້ກີບ ສະເລ່ຍ 23 ລ້ານ/ຄົນແລະ ຕັ້ງເປົ້າປີ 2025 ໃຫ້ໄດ້ 13,294 ຕື້ກີບ ສະເລ່ຍ 25.42 ລ້ານກີບ - 474745099 1082893083864997 9097354905716836507 n - ແຂວງວຽງຈັນ ມີຍອດ GDP 11,998 ຕື້ກີບ ສະເລ່ຍ 23 ລ້ານ/ຄົນແລະ ຕັ້ງເປົ້າປີ 2025 ໃຫ້ໄດ້ 13,294 ຕື້ກີບ ສະເລ່ຍ 25.42 ລ້ານກີບ
ແຂວງວຽງຈັນ ມີຍອດ GDP 11,998 ຕື້ກີບ ສະເລ່ຍ 23 ລ້ານ/ຄົນແລະ ຕັ້ງເປົ້າປີ 2025 ໃຫ້ໄດ້ 13,294 ຕື້ກີບ ສະເລ່ຍ 25.42 ລ້ານກີບ - kitchen vibe - ແຂວງວຽງຈັນ ມີຍອດ GDP 11,998 ຕື້ກີບ ສະເລ່ຍ 23 ລ້ານ/ຄົນແລະ ຕັ້ງເປົ້າປີ 2025 ໃຫ້ໄດ້ 13,294 ຕື້ກີບ ສະເລ່ຍ 25.42 ລ້ານກີບ

ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ ໄດ້ລາຍງານ ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງວຽງຈັນ ຊຸດທີ II ວັນທີ 21ມັງກອນ 2025 ນີ້ວ່າ: ການພັດທະນາເສດຖະກິດ ແຂວງວຽງຈັນ ໃນປີ 2024 ຂະຫຍາຍຕົວໃນລະດັບ 5.3% ເທົ່າກັບ 98.4% ຂອງແຜນການ, ຄິດເປັນມູນຄ່າລາຄາ ໄດ້ 11,998 ຕື້ກີບ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນໄດ້ 23 ລ້ານກວ່າກີບ ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວ 4.14% ກວມເອົາ 31.58% ຂອງຈີດີພີ ໂດຍມີການປູກເຂົ້າ 61,093 ເຮັກຕາ ເທົ່າກັບ 89.83% ຂອງແຜນການ, ເກັບກູ້ຜົນຜະລິດໄດ້ 268.131 ໂຕນ ເທົ່າກັບ 89,22% ຂອງແຜນການ, ການປູກພືດລະດູແລ້ງ ໄດ້ 75,701 ເຮັກຕາ, ລື່ນແຜນການ 38.53%, ເກັບກູ້ຜົນຜະລິດໄດ້ 984,113 ໂຕນ, ລື່ນແຜນການຫລາຍກວ່າ 2 ເທົ່າ ແລະ ການຜະລິດຊີ້ນ, ປາ ແລະ ໄຂ່ ໄດ້ 33,909 ໂຕນ ເທົ່າກັບ 92.59% ຂອງແຜນການ.

ສໍາລັບຂະແໜງອຸດສາຫະກໍາ ຂະຫຍາຍຕົວ 5.60% ກວມເອົາ 31.79% ຂອງຈີດີພີ, ປັດໄຈຊຸກຍູ້ແມ່ນມາຈາກການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໄດ້ 2,143.87 ຕື້ກີບ ເທົ່າກັບ 101,91% ຂອງແຜນການ, ການຜະລິດພະລັງງານໄຟຟ້າໄດ້ 2,028.80 ກິກາວັດໂມງ, ລື່ນແຜນການ 7.38% ມູນຄ່າ 1,483.88 ຕື້ກີບ, ລື່ນແຜນການ 4.85% ແລະ ການຜະລິດແຮ່ທາດ 2,324.82 ຕື້ກີບ, ລື່ນແຜນການ 48.40%. ສ່ວນຂະແໜງການບໍລິການຂະຫຍາຍຕົວ 6.63% ກວມເອົາ 33.90% ຂອງຈີດີພີ, ປັດໄຈຊຸກຍູ້ແມ່ນຈາກການບໍລິການຂົນສົ່ງສິນຄ້າ ໄດ້ 33.078 ໂຕນ, ລື່ນແຜນການຫລາຍເທົ່າ ແລະ ບໍລິມາດຂົນສົ່ງໂດຍສານໄດ້ 2,600 ຄົນ, ລື່ນແຜນການ 1.92%. ວຽກງານທ່ອງທ່ຽວ ໝົດປີມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງວຽງຈັນ 1,9 ລ້ານກວ່າເທື່ອຄົນ, ລື່ນແຜນການ 90.01%, ສ້າງລາຍຮັບທົ່ວສັງຄົມໄດ້ 1.347 ຕື້ກີບ, ລື່ນແຜນສິບກວ່າເທົ່າຕົວ, ການຂາຍຍົກ-ຂາຍຍ່ອຍໄດ້ 5,206.89 ຕື້ກີບ, ລື່ນແຜນການ 52.40%, ຂະແໜງອາກອນ ຂະຫຍາຍຕົວ 1.31%, ກວມເອົາ 2.73% ຂອງຈີດີພີ. ການປະຕິບັດແຜນງົບປະມານ-ການເງິນ ໄດ້ຫັນຫົວໜ່ວຍທຸລະກິດ ເຂົ້າໃນລະບົບອາກອນມູນຄ່າເພີ່ມໄດ້ 1.545 ຫົວໜ່ວຍ. ໝົດປີສາມາດເກັບລາຍຮັບງົບປະມານທົ່ວແຂວງໄດ້ 594.23 ຕື້ກີບ, ລື່ນແຜນການ 70.33%, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 15.36%.

ສຳລັບການຄຸ້ມຄອງປະຕິບັດລາຍຈ່າຍ ໄດ້ສຸມໃສ່ຄຸ້ມຄອງລາຍຈ່າຍໄປຕາມທິດປະຢັດ ແລະ ຕ້ານການຟຸມເຟືອຍ, ໝົດປີປະຕິບັດໄດ້ 850.39 ຕື້ກີບ ເທົ່າກັບ 99.37% ຂອງແຜນການ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 16.90%, ດຸນດ່ຽງຈາກສູນກາງ 487.42 ຕື້ກີບ (ບໍ່ລວມດຸ່ນດ່ຽງເງິນເກີນແຜນ). ນອກນັ້ນ, ການອະນຸມັດລາຍຮັບເກີນແຜນປີ 2023 ປະຕິບັດປີ 2024 ໄດ້ 95.56 ຕື້ກີບ ເທົ່າກັບ 99.96% ຂອງແຜນການ. ພ້ອມນີ້ວຽກງານອື່ນໆ ກໍເຫັນວ່າມີການປະຕິບັດໄດ້ຕາມແຜນການ ແລະ ລື່ນຄາດໝາຍທີ່ວາງໄວ້.

ທ່ານ ຄຳພັນ ສິດທິດຳພາ ກ່າວຕື່ມວ່າ: ສຳລັບແຜນການປີ 2025 ແຂວງວຽງຈັນ ຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຂະຫຍາຍຕົວ ບໍ່ໃຫ້ຫລຸດ 6,5%, ຄິດເປັນມູນຄ່າ 13,294 ຕື້ ກີບ, ສະເລ່ຍຕໍ່ຫົວຄົນ 1,211 ໂດລາສະຫະລັດ ຫລື 25.42 ລ້ານກີບ ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວ 4% ກວມເອົາ 25.63%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 9.6% ກວມເອົາ 38.38%, ຂະແໜງບໍລິການ ຂະຫຍາຍຕົວ 6.6% ກວມເອົາ 33.19% ແລະ ພາສີ-ອາກອນ ຂະຫຍາຍຕົວ 3% ກວມເອົາ 2.8% ຂອງຈີດີພີ.

ແຂວງວຽງຈັນ ມີຍອດ GDP 11,998 ຕື້ກີບ ສະເລ່ຍ 23 ລ້ານ/ຄົນແລະ ຕັ້ງເປົ້າປີ 2025 ໃຫ້ໄດ້ 13,294 ຕື້ກີບ ສະເລ່ຍ 25.42 ລ້ານກີບ - 4 - ແຂວງວຽງຈັນ ມີຍອດ GDP 11,998 ຕື້ກີບ ສະເລ່ຍ 23 ລ້ານ/ຄົນແລະ ຕັ້ງເປົ້າປີ 2025 ໃຫ້ໄດ້ 13,294 ຕື້ກີບ ສະເລ່ຍ 25.42 ລ້ານກີບ
ແຂວງວຽງຈັນ ມີຍອດ GDP 11,998 ຕື້ກີບ ສະເລ່ຍ 23 ລ້ານ/ຄົນແລະ ຕັ້ງເປົ້າປີ 2025 ໃຫ້ໄດ້ 13,294 ຕື້ກີບ ສະເລ່ຍ 25.42 ລ້ານກີບ - 3 - ແຂວງວຽງຈັນ ມີຍອດ GDP 11,998 ຕື້ກີບ ສະເລ່ຍ 23 ລ້ານ/ຄົນແລະ ຕັ້ງເປົ້າປີ 2025 ໃຫ້ໄດ້ 13,294 ຕື້ກີບ ສະເລ່ຍ 25.42 ລ້ານກີບ
ແຂວງວຽງຈັນ ມີຍອດ GDP 11,998 ຕື້ກີບ ສະເລ່ຍ 23 ລ້ານ/ຄົນແລະ ຕັ້ງເປົ້າປີ 2025 ໃຫ້ໄດ້ 13,294 ຕື້ກີບ ສະເລ່ຍ 25.42 ລ້ານກີບ - 5 - ແຂວງວຽງຈັນ ມີຍອດ GDP 11,998 ຕື້ກີບ ສະເລ່ຍ 23 ລ້ານ/ຄົນແລະ ຕັ້ງເປົ້າປີ 2025 ໃຫ້ໄດ້ 13,294 ຕື້ກີບ ສະເລ່ຍ 25.42 ລ້ານກີບ