ກໍລະນີແບບນີ້ເອີ້ນວ່າ “ຂະບວນການມິດສາຊີບໄດ້ ຫລືບໍ່ ?”

ວັນທີ 22 ມັງກອນ 2025 ຜ່ານມາ ຜູ້ໃຊ້ເຟສບຸກທ່ານໜຶ່ງອອກມາໂພສ ເລົ່າປະສົບການ ກໍລະນີມີຄົນເອົາໂທລະສັບມາຈຳຢູ່ຮ້ານນຳຕົນເອງ ແຕ່ສຸດທ້າຍ ກາຍເປັນເລື່ອງ ແລະ ຖືກລູກກັບເມຍຜູ້ເອົາໄທລະສັບມາຈຳນຳມາເອົາຄືນໄປລ້າໆ.
ໃນໂພສດັ່ງກ່າວ ເປັນໂພສທີ່ຍາວສົມຄວນ ແຕ່ສະຫລຸບຫຍໍ້ໃຫ້ເຂົ້າໃຈງ່າຍຄື:
ເຫດການເກີດຂຶ້ນວັນທີ 21 ມັງກອນ 2025 ມີຊາຍໄວກາງຄົນ ເອົາໂທລະສັບໄປຂໍຈຳກັບຮ້ານສ້ອມແປງໂທລະສັບ ໂດຍອ້າງວ່າບໍ່ມີເງິນໃສ່ນໍ້າມັນລົດ ດ້ວຍຄວາມສົງການຈຶ່ງຕັດສິນໃຈຈຳໃຫ້ ພ້ອມຕົກລົງກັນວ່າຫາກບໍ່ກັບມາໄຖ່ຄືນຈະຖືກສະຫລະສິດ ໂທລະສັບຕົກເປັນຜູ້ຮັບຈຳນຳ ແຕ່ຜ່ານໄປ ຜູ້ກ່ຽວບໍ່ມາໄຖ່ພ້ອມຂໍເງິນເພີ່ມມແລ້ວປ່ອຍໂທລະສັບ ຫລັງຈາກຕົກລົງກັນ ເຈົ້າຂອງຮ້ານເຫັນວ່າ ໂທລະສັບຕິດ ID ແລະ ຜູກເບີໄວ້ ຈຶ່ງໂທໃຫ້ເຈົ້າຂອງໂທລະສັບມາໄຖ່ເອົາຄືນ ເຊິ່ງຜູ້ມາເອົາເປັນລູກ ແລະ ເມຍຂອງຜູ້ເອົາໂທລະສັບມາຈຳ ໂດຍເອົາໂທລະສັບໄປຟຣີໆ ພ້ອມຂູ່ຈະເອົາບ້ານມາລົມກັນ ໂດຍກ່າວຫາວ່າ ເຈົ້າຂອງຮ້ານຮັບຊື້ຂອງໂຈນ ອາດມີໂທດທາງກົດໝາຍ. ໃນໂພສເຈົ້າຂອງຮ້ານເລົ່ານັ້ນຄາດວ່າໃຊ້ເວລາເຈລະຈາກັນດົນເຕີບ ຕົກລົງກັນບໍ່ໄດ້ສຸດທ້າຍ ເຈົ້າຂອງຮ້ານກໍໄດ້ປ່ອຍໂທລະສັບໃຫ້ ບໍ່ໄດ້ເງິນຄືນ.
ຈາກໂພສດດັ່ງກ່າວ ມີຜູ້ແຊອອກໄປເກືອບ 200 ແຊ ແລະ ເຂົ້າມາສະແດງຄວາມຄິດເຫັນ ເກືອບ 300 ຄວາມຄິດເຫັນ ສ່ວນຫລາຍ ເປັນການສະແດງຄວາມຄິດເຫັນກ່າວປະນາມສອງແມ່ລູກທີ່ມີພຶດຕິກຳບໍ່ເໝາະສົມ ດ້ວຍການມາເອົາໂທລະສັບຄືນ ໂດຍບໍ່ໄຖ່ເງິນ ພ້ອມຂົ່ມຂູ່ຂໍ້ຫາວ່າເຈົ້າຂອງຮ້ານຮັບຂອງໂຈນ ທັ້ງທີ່ລູກສາວບອກວ່າຜູ້ເອົາມາຈຳນັ້ນເປັນພໍ່ຂອງຕົນເອງ ເຊິ່ງໝາຍເຖິງຜົວຜູ້ເປັນແມ່ຂອງຕົນເອງ.
ນອກນີ້ ຄວາມຄິດເຫັນຫລາຍຄົນຕັ້ງຂໍ້ສັງເກດວ່າ ນີ້ອາດເປັນຂະບງນການຮ່ວມຫົວກັນ ຫລື ເປັນແກ້ງມິດສາຊີບ ເຊິ່ງເຈົ້າຂອງຮ້ານສາມາດແຈ້ງຄວາມເອົາຜິດຄືນໄດ້ ໃນຖານທີ່ຕົນເອງສົງສານຄົນອື່ນ ແຕ່ຖືກກ່າວຫາວ່າ ແລະ ຂົ່ມຂູ່ຮັບຊື້ຂອງໂຈນ.
ແລ້ວທ່ານເດ ຄິດວ່າຂະບວນການແບບນີ້ໃຜຜິດ ໃຜຖືກສໍ່າໃດ ສາມາດ ແຈ້ງຄວາມຄືນໄດ້ຫລືບໍ່ ?
ທີ່ມາ: Souksavanh Oukky