ຣັດເຊຍ ໃຫ້ທຶນບູລະນະສ້ອມແປງໂຮງໝໍມິດຕະພາບ (150ຕຽງ) ຕຶກເກົ່າ ມູນຄ່າ 12,9 ລ້ານໂດລາ
January 29, 2025 - 11:06 AM

ພິທີວາງສີລາລືກໂຄງການບູລະນະສ້ອມແປງໂຮງໝໍມິດຕະພາບຕຶກເກົ່າ ພາຍໃຕ້ການຊ່ວຍເຫລືອຈາກ ສະຫະພັນຣັດເຊຍ ໂດຍຜ່ານອົງການ UNOPS, ດຳເນີນໄປໃນວັນທີ 28 ມັງກອນ 2025 ນີ້, ມີ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ Vladimir A. KALININ ເອກອັກຄະລັດຖະທູດສະຫະພັນຣັດເຊຍ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການບູລະນະສ້ອມແປງໂຮງໝໍມິດຕະພາບ ຄັ້ງນີ້ ໄດ້ຮັບທຶນຊ່ວຍເຫລືອ ຈາກ ສະຫະພັນຣັດເຊຍ ໂດຍຜ່ານອົງການ UNOPS ຈໍານວນ 12 ລ້ານ 9 ແສນໂດລາ, ການບູລະນະສ້ອມແປງມີຫລາຍໜ້າວຽກ ເປັນຕົ້ນແມ່ນ: ວຽກກໍ່ສ້າງລະບົບຫ້ອງນໍ້າໃໝ່, ວຽກລະບົບນໍ້າ ລວມມີ ອ່າງເກັບນໍ້າ, ລະບົບທໍ່ສົ່ງ, ລະບົບປໍ້າ ແລະ ອື່ນໆ.
ຕຶກໂຮງໝໍ ມິດຕະພາບ ເປັນສັນຍະລັກຂອງສາຍພົວພັນຮ່ວມມືລະຫວ່າງສະຫະພັນຣັດເຊຍ ແລະ ສປປ ລາວ ທີ່ໄດ້ເປີດນຳໃຊ້ມາແຕ່ປີ 1988 ມາຮອດປັດຈຸບັນເປັນເວລາ 37 ປີແລ້ວ.
ທີ່ມາ: ວິທະຍຸກະຈາຍສຽງ ແຫ່ງຊາດລາວ