ສະຫລຸບປີທ່ອງທ່ຽວລາວ 2024 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວ 4,120,832 ຄົນ

ພະແນກສະຖິຕິ ແລະ ວິໄຈ ກົມພັດທະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ການທ່ອງທ່ຽວ ລາຍງານວ່າ: ປີ 2024 ມີ ນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວ ທັງໝົດ 4,120,832 ຄົນ ໂດຍມີການຈັດອັນດັບນັກປະເທດທົ່ວໂລກ ດັ່ງນີ້:
ນັກທ່ອງທ່ຽວຈາກກຸ່ມ ປະເທດອາຊຽນ 2,366,200 ຄົນ
ນັກທ່ອງທ່ຽວຈາກ ປະເທດໃນອາຊີ 1,370,403 ຄົນ
ນັກທ່ອງທ່ຽວຈາກທະວີບເອີຣົບ 249,938 ຄົນ
ນັກທ່ອງທ່ຽວຈາກ ທະວີບອາເມຣິກາ 120,235 ຄົນ
ນັກທ່ອງທ່ຽວຈາກ ທະວີບອາຟຣິກາ ແລະ ຕາເວັນອອກກາງ 14,056 ຄົນ.
ສຳລັບ 10 ອັນດັບປະເທດທີ່ມາທ່ຽວສູງສຸດໄດ້ແກ່ ປະເທດໄທ, ຫວຽດນາມ, ຈີນ, ເກົາຫລີ, ຝຣັ່ງ, ຣັດເຊຍ, ສະຫະລັດອາເມຣິກາ ແລະ ອັງກິດ
ນັກທ່ອງທ່ຽວປະເທດໄທ 1,215,553 ຄົນ, ຮອງລົງມາ ຫວຽດນາມ 1,054,204 ຄົນ ແລະ ຈີນ 1,048,034 ຄົນ
ໃນເດືອນຕຸລາ 2024 ຜ່ານມາ ປະເທດລາວໄດ້ຮັບການຈັດອັນດັບໃຫ້ເປັນອັນດັບ 4 ໃນລາຍຊື່ 30 ສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດໃນປີ 2025 ໂດຍ 5 ຈຸດໝາຍປາຍທາງຍອດນິຍົມໄດ້ແກ່ ແຄເມີຣູນ, ລິທົວເນຍ, ຟິຈິ, ລາວ ແລະ ກາຊັກສະຖານ.