ປກສ ແຂວງຫລວງນໍ້າທາ ທໍາລາຍສວນຝິ່ນທີ່ມີການລັກລອບປູກ 6,000 ກວ່າຕາແມັດ

ປກສ ແຂວງຫລວງນໍ້າທາ ລາຍງານວັນທີ 30 ມັງກອນ 2025 ນີ້ວ່າ: ກອງບັນຊາການ ປກສ ແຂວງຫລວງນ້ຳທາ ໄດ້ເຄື່ອນໄຫວສຳຫລວດ ແລະ ທຳລາຍສວນຝິ່ນມີການລັກລອບປູກຢູ່ ເມືອງສິງ ແລະ ເມືອງລອງ ແຂວງຫລວງນ້ຳທາ ພັນໂທ ອາລຸນຍະເດດ ບົວສີສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຫລວງນ້ຳທາ ແລະ ພາກສ່ວນກ່ຽວຂ້ອງ.
ພັນໂທ ອາລຸນຍະເດດ ບົວສີສະຫວັດ ໃຫ້ຮູ້ວ່າ: ການລົງສໍາຫລວດ ແລະ ທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກຢູ່ 2 ເມືອງ ພົບເຫັນສວນຝິ່ນຢູ່ 3 ກຸ່ມບ້ານ ຂອງເມືອງລອງ ຄື: ກຸ່ມຈົງກາ, ກຸ່ມຜາງົວ ແລະ ກຸ່ມສີວິໄລ, ມີ 3 ບ້ານ ຄື: ບ້ານຫ້ວຍຫລວງ, ບ້ານແມ່ໂຂງ ແລະ ບ້ານພິນຫໍ້. ມີ 4 ຈຸດ, 6 ຕອນ ເນື້ອທີ່ທັງໝົດ 6,770 ຕາແມັດ ເທົ່າກັບ 0,677 ເຮັກຕາ ສຳລັບຢູ່ເມືອງສິງ ຜ່ານການລົງສຳຫລວດແມ່ນບໍ່ພົບເຫັນການລັກລອບປູກຝິ່ນ, ສ່ວນວິທີການທໍາລາຍສວນຝິ່ນໃນຄັ້ງນີ້, ແມ່ນໄດ້ເອົາໄມ້ຟາດດອກໃຫ້ຫັກ, ຫລົກຕົ້ນອ່ອນຖີ້ມ ເພື່ອບໍ່ໃຫ້ຕົ້ນຝິ່ນສາມາດປູກຄືນໄດ້.
ທີ່ມາ: ຂ່າວສານ ແຂວງຫລວງນໍ້າທາ