ກາແດງສາກົນສົ່ງນ້ຳມັນກາຊວນ 7,5 ແສນລິດ ຊ່ວຍຊາວເຢເມນ
November 30, 2017 - 5:56 PM

ຄະນະກຳມະການກາແດງສາກົນສົ່ງນ້ຳມັນກາຊວນ 750.000 ລິດ ເພື່ອຊ່ວຍເຫລືອຊາວເຢເມນ ເຊິ່ງກຳລັງຂາດເຂີນເຊື້ອໄຟຢ່າງໜັກ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຊານາ ປະເທດເຢເມນ ໃນວັນທີ 30 ພະຈິກວ່າ: ຄະນະກຳມະການກາແດງສາກົນ (ICRC) ອອກຖະແຫລງການໃນວັນທີ 29 ພະຈິກ ເລື່ອງການຈັດຊື້ນ້ຳມັນກາຊວນ 750.000 ລິດ ແລ້ວເລັ່ງສົ່ງໄປເມືອງໂຮໄດດາ ແລະ ເມືອງຕາອິ ແຄມຝັ່ງທະເລແດງ ທາງຕາເວັນຕົກຂອງເຢເມນ ໂດຍເບື້ອງຕົ້ນ ICRC ຕີລາຄາວ່າອາດຈະພຽງພໍສຳລັບການດຳລົງຊີວິດຂອງປະຊາຊົນຫລາຍລ້ານຄົນໃນພື້ນທີ່ໄດ້ປະມານ 1 ເດືອນ ແລະ ສາມາດນຳໄປຊ່ວຍເພີ່ມປະສິດທິພາບຂອງເຄື່ອງສູບນ້ຳໃນການຈັດຫານ້ຳສະອາດ ພ້ອມທັງຮຽກຮ້ອງໃຫ້ອາຣັບບີ ຊາອຸດິດ ອະນຸຍາດການນຳເຂົ້າເຊື້ອໄຟສູ່ເຢເມນ.